ຂໍ້ມູນຈິງ! ການແຕ່ງຕັ້ງບຸກຄະລາກອນໃໝ່ທີ່ຖືກຮັບຮອງໂດຍສະພາ ມີພຽງ 2 ຕຳແໜ່ງເທົ່ານັ້ນ

ມື້ນີ້ (7 ມິຖຸນາ 2019) ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ມີການຮັບຮອງເອົາມະຕິການແຕ່ງຕັ້ງບຸກຄະລາກອນຈຳນວນ 2 ທ່ານ ປະກອບມີ ປະທານສານປະຊາຊົນສູງສຸດຄົນໃໝ່ ແລະ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີຄົນໃໝ່.
ໃນວາລະດຳເນີນກອງປະຊຸມສະໄໝາສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ລົງຄະແນນສຽງຮັບຮອງເອົາມະຕິ ວ່າດ້ວຍການຮັບຮອງເອົາການເລືອກຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນ ຕາມການສະເໜີ ຂອງ ທ່ານປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 217/ປປທ ລົງວັນທີ 5 ມິຖຸນາ 2019 ເລື່ອງການເລືອກຕັ້ງປະທານສານປະຊາຊົນສູງສຸດຄົນໃໝ່ ແລະ ໜັງສືສະເໜີ ຂອງທ່ານນາຍົກລັດຖະມົນຕີ ເລກທີ 177/ນຍ, ລົງວັນທີ 22 ເມສາ 2019 ເລື່ອງການແຕ່ງຕັ້ງສະມາຊິກລັດຖະບານ, ອີງຕາມການລາຍງານຂອງສຳນັກຂ່າວສານປະເທດລາວ.
ໃນນັ້ນບັນດາ ສສຊ ໄດ້ເຫັນດີຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນ 2 ທ່ານຄື:
- ແຕ່ງຕັ້ງ ທ່ານ ຄຳພາ ແສງດາລາ ຮອງປະທານສານປະຊາຊົນສູງສຸດ ຂຶ້ນເປັນ ປະທານສານປະຊາຊົນສູງສຸດ, ສ່ວນ ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດຜູ້ເກົ່າ ແມ່ນຈະໄດ້ໄປຮັບໜ້າທີ່ໃໝ່ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.
ທ່ານ ຄຳພາ ແສງດາລາ (ກາງ) ປະທານສານປະຊາຊົນສູງສຸດຄົນໃໝ່ / ພາບ: http://bolikhamxay.gov.la
- ແຕ່ງຕັ້ງ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ ມາເປັນ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ.
ທ່ານ ວິດົງ ໄຊຍະສອນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີຄົນໃໝ່ / ພາບ: ຄວາມສະຫງົບ
ທັງນີ້ ທ່ານ ຄຳພາ ແສງດາລາ ອາຍຸ 60 ປີ ປະທານສານປະຊາຊົນສູງສຸດຄົນໃໝ່ ພື້ນຫຼັງກຳເນີດທີ່ແຂວງບໍລິຄຳໄຊ ເລີ່ມເຂົ້າເຄື່ອນໄຫວວຽກງານກັບລັດຕັ້ງແຕ່ປີ 1979 ທີ່ຫ້ອງການສຶກສາທິການເມືອງ ຫິນບູນ ແຂວງຄຳມ່ວນ. ລະດັບການສຶກສາວິຊາສະເພາະປະລິນຍາໂທກໍ່ສ້າງພັກ-ທິດສະດີການເມືອງ ແລະ ທິດສະດີການເມືອງຊັ້ນສູງ. ພ້ອມນັ້ນກໍເຄີຍເຄື່ອນໄຫວວຽກງານລົງກໍ່ສ້າງຮາກຖານຢູ່ແຂວງໄຊຍະບູລີ, ເປັນກຳມະການພັກເມືອງສີສັດຕະນາກ, ລົງກໍ່ສ້າງຮາກຖານຢູ່ນະຄອນຫຼວງວຽງຈັນ, ເປັນຕຳຫຼວດ, ຫົວໜ້າກອງເສນາກໍ່ສ້າງຮາກຖານ, ເລຂາຄະນະພັກຮາກຖານກອງບັນຊາການ ປກສ ແຂວງ, ເປັນກຳມະການພັກແຂວງ, ຫົວໜ້າກອງບັນບາການ ປກສ ແຂວງບໍລິຄຳໄຊ, ເປັນເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງພາຍໃນ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ໃນປີ 2003-2009 ແລະ ຫຼັງຈາກນັ້ນກໍເປັນຮອງປະທານສານປະຊາຊົນສູງສຸດມາຈົນຮອດປັດຈຸບັນ ກ່ອນຈະໄດ້ຮັບແຕ່ງຕັ້ງໃຫ້ຮັບໜ້າທີ່ໃໝ່.
ສ່ວນທ່ານ ວິດົງ ໄຊຍະສອນ ອາຍຸ 53 ປີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີຄົນໃໝ່ ເກີດທີ່ເມືອງແປກ ແຂວງຊຽງຂວາງ ເຂົ້າສັງກັດລັດໃນປີ 1980. ລະດັບການສຶກສາວິຊາສະເພາະປະລິນຍາໂທບໍລິຫານທຸລະກິດ ແລະ ທິດສະດີການເມືອງປະລິນຍາໂທ. ທີ່ຜ່ານມາ ເຄີຍເຄື່ອນໄຫວວຽກງານໃນກອງພັນໃຫຍ່ 703, ເປັນຄູສອນການເມືອງ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ເປັນຫົວໜ້າພະແນກສະຖິຕິ ກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ເປັນກຳມະການປະຈຳພັກແຂວງວຽງຈັນ, ປະທານກວດກາພັກ-ລັດແຂວງ ແລະ ຮອງເຈົ້າແຂວງວຽງຈັນ, ເປັນເລຂາພັກແຂວງ ແລະ ເຈົ້າແຂວງວຽງຈັນ ລວມທັງເປັນກຳມະການສູນການພັກສະໄໝທີ 10.
ຂະນະທີ່ກ່ອນໜ້ານີ້ມີຂ່າວລືອອກມາວ່າ ລັດຖະບານປະກາດສັບຊ້ອນ ແລະ ແຕ່ງຕັ້ງການນຳຊຸດໃໝ່ ຕາມການສະເໜີຂອງປະທານປະເທດນັ້ນ ເຫັນວ່າຂໍ້ມູນດັ່ງກ່າວບໍ່ແມ່ນຄວາມຈິງ ເນື່ອງຈາກຫຼາຍຕຳແໜ່ງທີ່ລະບຸນັ້ນບໍ່ມີມະຕິຮັບຮອງເອົາໂດຍສະພາແຫ່ງຊາດເທື່ອ.