ປ່ຽນໂສມໜ້າວົງການສຶກສາ! ຈີນເລີ່ມທົດລອງເປີດສອນ 'ປັນຍາປະດິດ' ໃນໂຮງຮຽນປະຖົມ

ເຂດຕົງເສີງເຊິ່ງຕັ້ງຢູ່ໃຈກາງນະຄອນຫຼວງປັກກິ່ງ ສປ ຈີນ ສົ່ງເສີມໂຄງການທົດລອງ ເປີດສອນຫຼັກສູດປັນຍາປະດິດ (AI) ໃນໂຮງຮຽນລະດັບປະຖົມສຶກສາ ໂດຍເຂດໄດ້ຄັດເລືອກໂຮງຮຽນປະຖົມສຶກສາ 6 ແຫ່ງ ໃຫ້ຈັດການຮຽນການສອນຫຼັກສູດນຳຮ່ອງດ້ານປັນຍາປະດິດໃນປີນີ້ ແລະ ຈະສົ່ງເສີມຫຼັກສູດດັ່ງກລ່າວໃນໂຮງຮຽນອື່ນໆ ໃນເດືອນກັນຍາປີນີ້.
ສຳນັກຂ່າວຊິນຫົວລາຍງານວ່າ ທາງເຂດດັ່ງກ່າວຍັງໄດ້ຈັດເຮັດແບບຮຽນສຳລັບການສອນປັນຍາປະດິດໃນໂຮງຮຽນປະຖົມສຶກສາຂຶ້ນມາໜຶ່ງເຫຼັ້ມ ໂດຍເນື້ອໃນເປັນການສອນເລື່ອງເຕັກໂນໂລຊີໃນຮູບແບບຂອງເກມ ຫຼື ກິດຈະວັດປະຈຳວັນ.
ປັກກິ່ງບໍ່ແມ່ນເມືອງດຽວຂອງປະເທດຈີນ ທີ່ເປີດສອນຫຼັກສູດປັນຍາປະດິດແກ່ນັກຮຽນ ເພາະຊ່ຽງໄຮ້ກໍໄດ້ເປີດຕົວຫຼັກສູດທົດລອງດັ່ງກ່າວໃຫ້ກັບນັກຮຽນເຊັ່ນກັນ. ພ້ອມນັ້ນ ໃນມະຫາວິທະຍາໄລຄູຫົວຕົງ ວິທະຍາເຂດຊ່ຽງໄຮ້ ຍັງຈັດເຮັດຊຸດແບບຮຽນປັນຍາປະດິດທີ່ປະກອບດ້ວຍຕຳລາລວມ 10 ເຫຼັ້ມ ອີກດ້ວຍ.
ທັງນີ້ ເມື່ອເດືອນມີນາ ທີ່ຜ່ານມາ ກະຊວງສຶກສາທິການຈີນມີຄຳສັ່ງໃຫ້ເປີດສອນຫຼັກສູດປັນຍາປະດິດໃນໂຮງຮຽນປະຖົມ ແລະ ມັດທະຍົມສຶກສາ ລວມທັງສົ່ງເສີມການສອນຂຽນໂປຣແກຣມໃຫ້ເປັນທີ່ນິຍົມຫຼາຍຂຶ້ນ.
ຂໍຂອບໃຈ
ຂໍ້ມູນ : Xinhua News Agency