ຊັອກແຟນບານ! "ເຣເຢສ" ປະສົບອຸບັດເຫດທາງຖະໜົນເສຍຊີວິດ ໃນໄວ 35 ປີ

ເກີດເຫດການສະເທືອນໃຈແຟນບານທົ່ວໂລກອີກຄັ້ງ ເມື່ອ ໂຮເຊ ອັນໂຕນິໂອ ເຣເຢສ ນັກເຕະບານຊາວສະເປຍ ອະດີດດາວດັງຂອງອາເຊນອລ ແລະ ເຊບີຢາ ເສຍຊີວິດດ້ວຍອຸບົດເຫດທາງລົດດ້ວຍໄວ 35 ປີ.
ມາກ້າ ສື່ດັງແດນສະເປນລາຍງານວ່າ ເຣເຢສ ປະສົບອຸບັດເຫດລົດຕຳທີ່ເມືອງອູເຕຣາ ບໍ່ໄກຈາກເມືອງເຊບີຢາ ເມື່ອເຊົ້າວັນເສົາທີ 1 ມິຖຸນາ 2019 ຕາມເວລາທ້ອງຖິ່ນ.
ໂດຍທາງເຊບີຢາ ຕົ້ນສັງກັດເກົ່າຂອງຜູ້ກ່ຽວ ໄດ້ຢືນຢັນປ່ານທາງທະວິດເຕີຂອງສະໂມສອນວ່າ "ເຮົາຂໍຢືນຢັນຂ່າວທີ່ໂຫດຮ້າຍທີ່ສຸດ. ຖຮເຊ ອັນໂຕນິໂອ ເຣເຢສ ນັກເຕະດາວດັງຂອງເຊບີຢາຜູ້ເປັນທີ່ຮັກ ໄດ້ເສຍຊີສິດຈາກອຸບົດເຫດລົດຕຳ. ຂໍໃຫ້ລາວໄປສູ່ສຸຄະຕິ."
ສຳລັບ ເຣເຢສ ເລີ່ມຕົ້ນອາຊີບໃນວົງການບານເຕະດ້ວຍການເປັນເດັກຝຶກຫັດຂອງເຊບີຢາ ກ່ອນເລີ່ມເຂົ້າຊຸດໃຫຍ່ດ້ວຍໄວພຽງ 16 ປີເທົ່ານັ້ນ ແລ້ວຍ້າຍມາດັງລະເບີດກັບອາເຊນອລ ດ້ວຍການຄວ້າແຊ້ມພຣີເທຍລີກ, ເອຟເອຄັບ ແລະ ຄອມມິວນິຕີ້ ຊີລ.
ຈາກນັ້ນ ເຣເຢສ ໄດ້ຍ້າຍກັບສະເປນໄປ ເຣອັລ ມາດຣິດ ດ້ວຍສັນຍາຢືມຕົວ ກ່ອນເຊັນຖາວອນກັບແອັດເລຕິໂກ ມາດຣິດ ໃນປີ 2007 ແລະ ກັບສູ່ເຊບີຢາອີກຄັ້ງໃນປີ 2012. ພໍຮອດປີ 2016 ກໍໄດ້ຍ້າຍໄປຫຼິ້ນໃຫ້ທີມຢ່າງ ເອສປັນໂຍລ, ຄໍໂດບາ ແລະ ຊິຈຽນ ຝ ທຽນຊານ ເລໂອປາດ ໃນຈີນ ຕາມລຳດັບ.
ຫຼ້າສຸດ ຜູ້ກ່ຽວຫາກໍຍ້າຍໄປຫຼິ້ນໃຫ້ກັບ ເອກສເຕຣມາດູຣາ ໃນລະດັບດິວິຊັນສອງຂອງສະເປນເມື່ອເດືອນມັງກອນທີ່ຜ່ານມາ ກ່ອນຈະມາປະສົບເຫດສະຫຼົດດັ່ງກ່າວ.
ຂໍຂອບໃຈ
ຂໍ້ມູນ : sanook!