ລາວ-ຈີນ ຮ່ວມລົງນາມສັນຍາຂອບການຮ່ວມມື ໂຄງການທາງດ່ວນລາວ-ຈີນ

ກະຊວງແຜນການ ແລະ ການລົງທຶນ ແລະ ກຸ່ມບໍລິສັດ China Yunnan Construction and Investment Holding Group (YCIH) ໄດ້ຮ່ວມລົງນາມໃນຂໍ້ຕົກລົງແຜນງານການຮ່ວມມືໂຄງການທາງດ່ວນລາວ-ຈີນ ທີ່ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້.
ອີງຕາມສັນຍາທີ່ໄ່ດ້ຮ່ວມລົງນາມໃນວັນອັງຄານທີ່ຜ່ານມາ (28 ພຶດສະພາ 2019) ທັງສອງຝ່າຍຈະປະຕິບັດຕາມຫຼັກການຜົນປະໂຫຍດຮ່ວມກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ທັງສອງຝ່າຍຈະຮ່ວມລົງທຶນໃນການກໍ່ສ້າງໂຄງການດັ່ງກ່າວໂດຍອີງໃສ່ຫຼັກການ BOT (ສ້າງ-ດຳເນີນການ-ສົ່ງມອບ).
ທັງນີ້ ໂຄງການກໍ່ສ້າງທາງດ່ວນດັ່ງກ່າວ ໄລຍະນະຄອນຫຼວງວຽງຈັນ-ວັງວຽງ ຄວາມຍາວ 109.1 ກິໂລແມັດ ທີ່ກຳລັງດຳເນີນການກໍ່ສ້າງ ຈະມີມູນຄ່າປະມານ 1.3 ຕື້ໂດລາສະຫະລັດ ມີ 4 ຊ່ອງຈະລາຈອນ ຈະເຮັດໃຫ້ການເດີນທາງຈາກນະຄອນຫຼວງວຽງຈັນຫາວັງວຽງໄວຂຶ້ນກວ່າເກົ່າ ຈາກ 2.5 ຊົ່ວໂມງ ເຫຼືອພຽງ 1.5 ຊົ່ວໂມງ.
ສ່ວນໄລຍະທີ່ຍັງເຫຼືອ ຈາກເມືອງວັງວຽງ ຫາ ນະຄອນຫຼວງພະບາງ ຫາ ແຂວງອຸດົມໄຊ ແລະ ດ່ານສາກົນ ບໍ່ເຕ່ນ ແຂວງຫຼວງນ້ຳທາ ເຊື່ອມຕໍ່ ບໍ່ຫານ ສປ ຈີນ ແມ່ນຈະໄດ້ຈັດຕັ້ງປະຕິບັດ ໂຄງການສຶກສາສຳຫຼວດ ຄວາມເປັນໄປໄດ້.
ກຸ່ມບໍລິສັດ YCIH ກ້ໃຫ້ສຳພາດຕໍ່ສຳນັກຂ່າວຊິນຫົວເມື່ອວັນພຸດ (29 ພຶດສະພາ 2019) ວ່າ ພວກເຂົາຫວັງວ່າ ໂຄງການທາງດ່ວນລາວ-ຈີນນີ້ ຈະເສີມຂະຫຍາຍການແລກປ່ຽນ ແລະ ພົວພັນຮ່ວມມືຂອງສອງຝ່າຍ ທາງດ້ານເສດຖະກິດ, ການຄ້າ, ວັດທະນະທຳ ແລະ ສຸຂະພາບ, ສົ່ງເສີມການພັດທະນາກະສິກຳ, ອຸດສາຫະກຳ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ເພີ່ມການສ້າງວຽກເຮັດງານທຳແກ່ປະຊາຊົນລາວທາງພາກເໜືອ ແລະ ພາກກາງຂອງປະເທດ ລວມທັງກະຕຸ້ນການພັດທະນາແບບເປັນມິດຕໍ່ສິ່ງແວດລ້ອມ ແລະ ຍືນຍົງ.
ຂໍຂອບໃຈ
ຂໍ້ມູນ : China.org.cn