ເຊໂປນ ມອບອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ ທີ່ຢຶດມາໄດ້ ໃຫ້ແກ່ ປກສ ແຂວງສະຫວັນນະເຂດ

ປກສ ເມືອງເຊໂປນຈັດພິທີມອບ - ຮັບອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມໃຫ້ ປກສ ແຂວງ ສະຫວັນນະເຂດ ເມື່ອບໍ່ດົນມານີ້ ທີ່ສະໂມສອນກອງບັນຊາການ ປກສ ເມືອງ ເຊໂປນ ໂດຍການໃຫ້ກຽດຂຶ້ນເປັນປະທານ ທ່ານວົງໄຊ ໄຊຍະຈັກ ເຈົ້າເມືອງໆເຊໂປນ, ທ່ານ ພັທ ຕອງໄທ ຈັນແພງວົງ ຮອງຫົວໜ້າຄຸ້ມຄອງສໍາມະໂນຄົວ ປກສ ແຂວງ, ເຂົ້າຮ່ວມມີບັນດາທ່ານ ຫົວໜ້າກອງບັນຊາການ, ຫົວໜ້າພະແນກຄຸ້ມຄອງສໍາມະໂນຄົວ, ວິຊາການ ປກສ ເມືອງ 4 ຕົວເມືອງ: ເມືອງ ເຊໂປນ, ເມືອງ ວິລະບູລີ, ເມືອງ ນອງ, ແລະ ເມືອງ ພີນ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ພັທ ຕອງໄທ ຈັນແພງວົງ ຮອງຫົວໜ້າຄຸ້ມຄອງສໍາມະໂນຄົວ ປກສ ແຂວງ ກໍ່ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີ ຜ່ານບົດລາຍງານ ອີງຕາມຄໍາສັ່ງເລກທີ27/ນຍ, ລົງວັນທີ 05 ຕຸລາ 2011 ຂອງນາຍົກລັດທະມົນຕີວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ອີງຕາມຂໍ້ຕົກລົງ ຂອງລັດທະມົນຕີ ກະຊວງປ້ອງກັນຄວາມສะຫງົບ ເລກທີ653/ປກສ, ລົງວັນທີ 08 ພຶດສະພາ 2012 ວ່າດ້ວຍການຄຸ້ມຄອງວຽກງານອາຊີບ - ພາຫະນາພິເສດ, ອີງຕາມຄຳສັ່ງຂອງທ່ານເຈົ້າແຂວງ ເລກທີ 1600/ຈຂ.ສຂ, ລົງວັນທີ 02 ພະຈິກ2012 ກ່ຽວກັບການເກັບກູ້ອາວຸດເສິກ, ອາວຸດລ່າເນື້ອ, ທາດລະເບີດທາດແຕກ, ມີດງ້າວ, ເຄື່ອງຊັອດໄຟຟ້າ ແລະ ອຸປະກອນທີ່ຕ້ອງຫ້າມອື່ນໆທີ່ບໍໄດ້ຮັບອະນຸຍາດ. ຈາກນັ້ນບັນດາແຂກທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ຂຶ້ນລາຍງາຍປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ.
ໃນການຈັດຕັ້ງປະຕິບັດຕາມຄຳສັ່ງຂໍ້ຕົກລົງເຫັນວ່າກອງບັນຊາການ ປກສ ເມືອງ, ປກສ ກຸ່ມບ້ານ 4 ຕົວເມືອງ ປກສ ເມືອງເຊໂປນ, ປກສ ເມືອງ ນອງ, ປກສ ເມືອງ ວິລະບູລີ ແລະ ປກສ ເມືອງ ພີນ ສາມາດເກັບກູ້ອາວຸດລ່າເນື້ອຈາກ ພໍ່ແມ່ປະຊາຊົນທໍາມາຫາກິນດຳລົງຊີວິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຜູ້ທີ່ມີອາວຸດຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ ໄດ້ທັງໝົດມີ ປືນແກັບ 399 ກະບອກ, ບັ້ງກະໂພກ 20 ກັບ, ເຄື່ອງຊັອດປາ 1 ເຄື່ອງ, ຈັກສະຕິນ 1 ເຄືອງ ມອບໃຫ້ ປກສ ແຂວງ ຕາງໜ້າຂຶ້ນຮັບ ທ່ານພັທ ຕອງໄທ ຈັນແພງວົງ ຮອງຫົວໜ້າຄຸ້ມຄອງສໍາມະໂນຄົວແຂວງ, ຕາງໜ້າຂຶ້ນມອບຫົວໜ້າກອງບັນຊາການທັງ 4 ເມືອງຂຶ້ນມອບ.
ຂໍຂອບໃຈ
ຂໍ້ມູນ : ຂ່າວຈາກເມືອງເຊໂປນ