4 ເດືອນຕົ້ນປີ 2019 ດ່ານພາສີສາກົນບໍ່ເຕັນ ເກັບລາຍຮັບເຂົ້າງົບປະມານລັດໄດ້ 83 ຕື້ກວ່າກີບ

ບັນຍາກາດການນໍາເຂົ້າ-ສົ່ງອອກ ສິນຄ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ ຜ່ານດ່ານພາສີສາກົນ ບໍ່ເຕັນ ແຂວງຫລວງນໍ້າທາຄຶກຄື້ນກວ່າປີຜ່ານມາ. ໃນ 4 ເດືອນຕົ້ນປີ 2019, ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໄດ້ແລ້ວ 83 ຕື້ກວ່າກີບ ເທົ່າກັບ 31.44% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 19.40%, ສ່ວນລາຍຮັບໝົດປີ ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກມອບໝາຍ 264 ຕື້ກວ່າກີບ ຄາດຄະເນບັນລຸຕາມແຜນການ ຫຼື ລື່ນແຜນການ.
ທ່ານ ຄໍາສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ກ່າວເມື່ອບໍ່ດົນມານີ້ ວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງເຈົ້າໜ້າທີ່ດ່ານພາສີແຫ່ງນີ້, ໃນປີຜ່ານມາມີຫລາຍອັນພົ້ນເດັ່ນ ໂດຍສະເພາະສາມາດດຳເນີນການ ຕໍ່ຜູ້ລະເມີດກົດໝາຍວ່າດ້ວຍພາສີ ໄດ້ທັງໝົດ 71 ລາຍ, ເຊິ່ງປະກອບມີຄະດີການສົ່ງອອກຫີນປາໂກໃດ ໄປ ສປ ຈີນ 1 ລາຍ, ຢຶດລົດນຳເຂົ້າບໍ່ຖືກຕ້ອງຜ່ານດ່ານ 23 ລາຍ, ລະເມີດຊັບສິນທາງປັນຍາ 1 ລາຍ, ລົດບັນທຸກຂະໜາດນ້ອຍ 342 ຄັນ, ລັກລອບສັດປ່າຫວງຫ້າມທີ່ໃກ້ສູນພັນ 2 ລາຍ, ເຄື່ອນຍ້າຍເງິນເຂົ້າ-ອອກປະເທດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທະນາຄານແຫ່ງ ສປປ ລາວ 3 ລາຍ, ລັກລອບຊຸກເຊື່ອງໄມ້ຫວງຫ້າມ ໄປຕາມລົດໂດຍສານ ແລະ ລົດຕ່າງໆ 8 ລາຍ. ນອກນັ້ນ, ຍັງມີ 33 ລາຍລະເມີດກົດໝາຍວ່າດ້ວຍພາສີ ແລະ ລະບຽບການທາງພາສີທົ່ວໄປ.
ປີ 2019 ດ່ານພາສີສາກົນ ບໍ່ເຕ່ນ ໄດ້ຮັບຕົວເລກແຜນການ ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງໝົດ 264 ຕື້ກີບ. ໃນນັ້ນ, ໄດ້ແບ່ງໃຫ້ບັນດາດ່ານທີ່ຂຶ້ນກັບ ຄື: ດ່ານພາສີສາ ກົນບໍ່ເຕ່ນ 236 ຕື້ກວ່າກີບ; ດ່ານພາສີທ້ອງຖິ່ນ ປາງໄຮ 24,9 ຕື້ກວ່າກີບ; ດ່ານພາສີທ້ອງຖິ່ນຊຽງກົກ 100 ລ້ານກີບ; ດ່ານພາສີທ້ອງຖິ່ນ ບ້ານມອມ 2 ຕື້ກີບ; ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ 1 ຕື້ກີບ, ມາຮອດປັດຈຸບັນ ນັບແຕ່ເດືອນມັງກອນ ຫາ ເດືອນເມສາ 2019 ມີຜົນສຳເລັດຕາມແຜນ.
ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກຄ່າຊັກພິເສດຂາອອກ, ການເສຍພາສີ-ອາກອນຂາເຂົ້າ ປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ຄ່າທໍານຽມຄົນເຂົ້າ-ອອກເມືອງ, ຄ່າທຳນຽມພາຫະນະ ເຂົ້າ-ອອກເມືອງ, ຄ່າທໍານຽມຜ່ານແດນ, ຄ່າທຳນຽມຄັງແຮນໍ້າມັນເຊື້ອໄຟ, ຄ່າປັບໃໝ ແລະ ອື່ນໆ. ທັງນີ້, ກໍຍ້ອນຄະນະພັກ ຄະນະນໍາທຸກຂັ້ນ ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດແທດ, ລວມທັງຄະນະດ່ານ ໄດ້ມີມາດຕະການ ບວກເຈົ້າໜ້າທີ່ພາສີທຸກຄົນເອົາໃຈໃສ່ດ້ວຍຄວາມຮັບຜິດຊອບ ແລະ ການນໍາເຂົ້າ-ສົ່ງອອກສິນຄ້າປະເພດຕ່າງໆ ຄຶກຄື້ນດີ.
ທ່ານ ຄໍາສຸວັນ ວົງສິນນະສອນ ກ່າວຕື່ມວ່າ: ເພື່ອເຮັດໃຫ້ບັນລຸຕາມແຜນການທີ່ວາງໄວ້ຈໍານວນ 264 ຕື້ກີບ, ຄະນະດ່ານພາສີສາກົນບໍ່ເຕ່ນ ໄດ້ວາງຫລາຍມາດຕະການ ໃນການສືບຕໍ່ຕິດຕາມ, ກວດກາ-ກວດ ການປະຕິບັດໜ້າທີ່ວຽກງານຂອງແຕ່ລະໜ່ວຍງານ ໃຫ້ມີຄວາມຮັບຜິດຊອບສູງ, ເພີ່ມທະວີການຂຸດຄົ້ນລາຍຮັບໃຫ້ໄດ້ຕາມຕົວເລກແຜນການ, ປະຕິບັດມູນຄ່າແຈ້ງພາສີ, ຂັ້ນຕອນການແຈ້ງພາສີ, ສ້າງຖານຂໍ້ມູນດ້ານລາຄາແຈ້ງພາສີໃຫ້ລະອຽດ, ຊັດເຈນເພື່ອເປັນບ່ອນອີງໃນການກຳນົດມູນຄ່າແຈ້ງພາສີ ໃຫ້ສອດຄ່ອງກັບຫລັກການທີ່ກຳນົດໄວ້, ເພີ່ມທະວີການຄຸ້ມຄອງການຫັກລົບແຜນຍົກເວັ້ນ, ຫລຸດຜ່ອນ ຫຼື ງົດເກັບພາສີ ແລະ ພັນທະອື່ນ ໂດຍສະເພາະ ເຄື່ອງຂອງທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ໃຫ້ມີຄວາມສອດຄ່ອງກັບກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນຢ່າງເຂັ້ມງວດ.
ຂໍຂອບໃຈ
ຂໍ້ມູນ : ຂ່າວສານປະເທດລາວ