"ນຸນີ່" ຜູ້ຍິງທຳມະດາທີ່ປ່ຽນຈຸດດ້ອຍເປັນຈຸດເດັ່ນ ໃຊ້ຄວາມສາມາດເຮັດໃນສິ່ງທີ່ຕົນເອງມັກ

ເມື່ອກ່າວຊື່ "ນຸນີ່ ກຸມພົນພັກດີ" ຄົງມີຫຼາຍຄົນທີ່ຮູ້ຈັກສາວລາວຄົນນີ້ທີ່ໄປສ້າງຊື່ຢູ່ລາຍການຊອກຫາຄູ່ ແລະ ຜັນໂຕເອງເຂົ້າສູ່ວົງການບັນເທີງຢ່າງເຕັມໂຕໂດຍມີຜູ້ຕິດຕາມຜົນງານເປັນຈຳນວນຫຼາຍ ພ້ອມທັງເປັນທີ່ຮັກແພງຂອງບັນດາແຟນຄລັບຈາກຄວາມເປັນກັນເອງ ແລະ ຄວາມໜ້າຮັກຂອງເພິ່ນ.
ຫຼ້າສຸດ ນຸນີ່ ໄດ້ໂພສຂໍ້ຄວາມລົງໃນອິນສະຕາແກຣມສ່ວນຕົວ ເລົ່າເລື່ອງລາວການເດີນທາງສູ່ສາຍອາຊີບທີ່ຕົນເອງມັກ ວ່າກ່ອນທີ່ຈະມາຮອດຈຸດນີ້ໄດ້ ຕ້ອງອາໄສຄວາມສາມາດ ເຖິງໜ້າຕາຈະບໍ່ເທົ່າຄົນອື່ນ ແຕ່ກໍໄດ້ຫັນເອົາຈຸດດ້ອຍຂອງຕົນເອງມາເປັນຈຸດເດັ່ນເພື່ອໃຫ້ໄດ້ເຮັດໃນສິ່ງທີ່ຮັກ.
ຂໍ້ຄວາມດັ່ງກ່າວລະບຸວ່າ: "ຂ້ອຍເອງເປັນພຽງຜູ້ຍິງທຳມະດາ ທີ່ແລ່ນຕາມຫາຄວາມຝັນໂດຍທີ່ບໍ່ຮູ້ວ່າຊິເປັນໄປໄດ້ບໍາ. ເພາະດ້ວຍໜ້າຕາ ຮູບຫລັກພາຍນອກແລ້ວ ຖ້າທຽບກັບຄົນອື່ນແລ້ວ ເຮົາຍັງອີກໄກ.
ແຕ່ “ ຂ້ອຍເອງ“ ກໍ່ເອົາຈຸດດ້ອຍ ມາເປັນຈຸດເດັ່ນ. ຂາຍໜ້າຕາບໍ່ໄດ້ ກໍ່ຂາຍຄວາມສາມາດ ທີ່ເປັນໂຕຂອງເຮົາເອງທີ່ບໍ່ມີໃຜສາມາດເປັນຄືເຮົາໄດ້. ຫຼັງຈາກນັ້ນ ຂ້ອຍກໍ່ເລີ່ມດູແລໂຕເອງ ເລີ່ມໃສ່ໃຈໂຕເອງ ເລີ່ມເຮັດວຽກໃນສິ່ງທີ່ໂຕເອງຮັກ ໂດຍບໍ່ຄາດຫວັງວ່າຈະໄດ້ ຫຼື ບໍ່ ແຕ່ຂໍໃຫ້ໄດ້ເຮັດກ່ອນ ຢ່າງອື່ນຄ່ອຍວ່າກັນ ເພາະສຳລັບຂ້ອຍແລ້ວ ສິ່ງໃດທີ່ຂ້ອຍມັກ ແລະ ຮັກ. ຂ້ອຍຈະເຮັດມັນດ້ວຍຄວາມສຸກ ແລະ ຮອຍຍິ້ມ.
ແຕ່ສິ່ງທີ່ຕາມມານັ້ນ ແມ່ນເປົ້າໝາຍ ແລະ ກາຍເປັນຜົນພອຍໄດ້ຕາມມາ. ສຳລັບຂ້ອຍຈະມີຄວາມສຸກກໍ່ຕໍ່ເມື່ອເຮັດໃນສິ່ງທີ່ຮັກ ເຮັດແລ້ວສະບາຍໃຈ ເຮັດແລ້ວມີຄວາມສຸກ ໄດ້ຍິ້ມ ໄດ້ຫົວ ເຖິງບາງຄັ້ງຈະມີບັນຫາ ແຕ່ເຮົາກໍ່ເລືອກທີ່ຈະແກ້ໄຂໃຫ້ດີ ບໍ່ແມ່ນຍ່າງໜີຈາກໄປ. ບັນຫາ ເປັນຄູສອນທີ່ດີທີ່ສຸດ ເພາະຖ້າເຮົາບໍ່ມີບັນຫາ ຍາກທີ່ຈະປະສົບຜົນສຳເລັດໄດ້."
ສາມາດອ່ານຂໍ້ຄວາມແບບເຕັມໆໄດ້ທີ່ໂພສລຸ່ມນີ້.
ຂໍຂອບໃຈ
ພາບ : koumphonphakdee