ທີ 1 ອີກແລ້ວ! ລົດແກ້ວ ຄວ້າໄຊ Supersports ຢູ່ບາງກອກ ພ້ອມມອບເງິນລາງວັນສ່ວນໜຶ່ງຊ່ວຍການກຸສົນ

19 ພຶດສະພາ 2019 ທີ່ຜ່ານມາ ໃນການແຂ່ງຂັນ ແລ່ນມາຣາທອນ ລາຍການ Supersports10 Mile International Run Series 2019 ທີ່ບາງກອກ ປະເທດໄທ, ລົດແກ້ວ ອິນທະກຸມມານ ສາມາດຄວ້າອັນດັບ 1 ມາຄອງຢ່າງພາກພູມອີກຄັ້ງ.
ໄຊຊະນະໃນຄັ້ງນີ້ມາຈາກການເຂົ້າຮ່ວມແຂ່ງຂັນໃນປະເພດຍິງ ຮຸ່ນອາຍຸ 15-29 ປີ ໄລຍະທາງ 10 ໄມ (ປະມານ 16 ກິໂລແມັດ) ໂດຍໃຊ້ເວລາ 1 ຊົ່ວໂມງ 4 ນາທີ 23 ວິນາທີ ເອົາຊະນະຄູ່ແຂ່ງຈາກໄທ 28 ວິນາທີ ແລະ ນັກແລ່ນຈາເອທິໂອເປຍກວ່າ 4 ນາທີ.
ທັງນີ້ ການແຂ່ງຂັນໃນຄັ້ງນີ້ ເປັນຄັ້ງທີ 2 ທີ່ ລົດແກ້ວ ເຂົ້າຮ່ວມ ເຊິ່ງໃນປີກ່ອນຜູ້ກ່ຽວສ້າງສະຖິຕິໄວ້ທີ່ອັນດັບ 2.
ພ້ອມນີ້ ລົດແກ້ວ ຍັງໄດ້ແບ່ງປັນເງິນລາງວັນສ່ວນໜຶ່ງເພື່ອການກຸສົນ ຮ່ວມກໍ່ສ້າງໂຮງຮຽນບ້ານກັດ ເມືອງໄຊ ແຂວງອຸດົມໄຊ ອີກດ້ວຍ.
ການແຂ່ງຂັນລາຍການ Supersports10 Mile International Run Series 2019 ມີຜູ້ເຂົ້າຮ່ວມກວ່າ 7,000 ຄົນຈາກຫຼາຍປະເທດ.
ຂໍຂອບໃຈ
ພາບ : Lodkeo Inthakoumman