ຮູບເງົາລາວທີ່ໜ້າຈັບຕາໃນປີ 2019 ມີເລື່ອງໃດແດ່ໄປເບິ່ງກັນ

ປີນີ້ມີຮູບເງົາລາວຫຼາຍເລື່ອງທີ່ກຳລັງດຳເນີນການຖ່າຍທຳ ຫຼື ບາງເລື່ອງກໍຖ່າຍແລ້ວແຕ່ຍັງບໍ່ທັນເຂົ້າສາຍເທື່ອ ເຊິ່ງໃນນີ້ກໍມີທັງຮູບເງົາຮັກ, ຕະຫຼົກ, sci-fi ແລະ ລຶກລັບ ເຊິ່ງ muan.la ຈະພາໄປຮູ້ຈັກກັບແຕ່ລະເລື່ອງລວມກັນໃນບ່ອນດຽວນີ້.
ຈະມີເລື່ອງໃດແດ່ນັ້ນ ໄປເບິ່ງກັນເລີຍ.
1. ໄຂ່ຂວັນ ມື້ຮັກໝົດ (ໃຈ)
ຮູບເງົາເລື່ອງດັ່ງກ່າວນີ້ ເປັນຜົນງານການກຳກັບຂອງ ອານີໄຊ ແກ້ວລາ ແລະ ຮ່ວມຂຽນບົດໂດຍ ອານີໄຊ ແກ້ວລາ, ພອນສະຫວັນ ແສງພະຈັນ ແລະ ລີ ພົງສະຫວັນ ເຊິ່ງໄດ້ນັກສະແດງຄຸນນະພາບຢ່າງ ລູກນໍ້າ - ທິດາລັດ ວົງສິລິ ຮ່ວມສະແດງນຳເປັນນາງເອກ ຄູ່ກັບພະເອກໜຸ່ມ ຕ໋ອງ - ອາທິດອຸໄທ ວົງໄຊຊະນະ ຫຼື ຕ໋ອງ ວົງ Idolz ນັ້ນເອງ.
ເລື່ອງລາວຈາກຕົວຢ່າງສັ້ນທີ່ປ່ອຍອອກມາເມື່ອເດືອນມີນາທີ່ຜ່ານມາ ເຫັນວ່າ ຕົບໍ່ແມ່ນຮູບເງົາຮັກທົ່ວໄປ ແຕ່ເບິ່ງຄືວ່າ ພະເອກຂອງເຮົາຈະມີພະລັງວິເສດທີ່ສາມາດເຫັນມື້ທີ່ຄົນຮັກກັນ ຈະເລີກກັນໃນອະນາຄົດໄດ້.
>> ປ່ອຍແລ້ວ ຕົວຢ່າງສັ້ນຮູບເງົາ "ໄຂ່ຂວັນ ມື້ຮັກໝົດ (ໃຈ)" ຜົນງານສ້າງຂອງ LNWC
ສ່ວນກຳນົດເວລາເຂົ້າສາຍ ແມ່ນຍັງບໍ່ທັນມີການເປີດເຜີຍອອກມາເທື່ອ ແຕ່ຄາດວ່າຈະໄດ້ເບິ່ງພາຍໃນປີນີ້.
2. ສະບາຍດີປະເທດລາວ
ຮູບເງົາຮ່ວມມືລາວຈີນ ເລື່ອງ ສະບາຍດີປະເທດລາວ (你好老挝) ໄດ້ດາລາສາວ ແນ່ງ - ຈັນດາລີ ສິດພະໄຊ ຫຼື ທີ່ຮູ້ຈັກກັນໃນຊື່ ໝໍແໜ່ງ ມາຮັບບົດເປັນນາງເອກ ຮ່ວມກັບນັກສະແດງພະເອກໜຸ່ມຈາກຈີນ.
ຫຼ້າສຸດມີການເຜີຍແຜ່ຮູບພາບບາງສ່ວນອອກມາໃຫ້ເບິ່ງກັນແລ້ວ ໂດຍໃນສາກມີການຖ່າຍທຳທັງໃນນະຄອນຫຼວງວຽງຈັນຕາມສະຖານທີ່ສຳຄັນຕ່າງໆເຊັ່ນ: ປະຕູໄຊ ເປັນຕົ້ນ ແລະ ມີຮູບຂອງໝໍແໜ່ງທັງໃນຊຸດລາວ, ຣັອກເກີ້ ແລະ ຊຸດສາວຄູ.
>> ເຜີຍພາບບາງສ່ວນຂອງ "ຈັນດາລີ ສິດພະໄຊ" ຈາກກອງຖ່າຍຮູບເງົາຮ່ວມມືລາວ-ຈີນ "ສະບາຍດີປະເທດລາວ"
ທັງນີ້ ຍັງບໍ່ທັນມີການເປີດເຜີຍວ່າຮູບເງົາເລື່ອງດັ່ງກ່າວນີ້ຈະເປັນເລື່ອງລາວກ່ຽວກັບຫຍັງ ເຊິ່ງໃນເບື້ອງຕົ້ນມີຂໍ້ມູນອອກມາວ່າຈະເຂົ້າສາຍໃນປະເທດລາວພາຍໃນເດືອນເມສາ ປີ 2019 ແຕ່ຈົນຮອດປັດຈຸບັນກໍຍັງບໍ່ໄດ້ເຂົ້າສາຍເທື່ອ.
3. ຮັກມະຍ່ອມມະແຍ່ມ
ຮູບເງົາເລື່ອງໃໝ່ຂອງຜູ້ກຳກັບພັນລ້ານຂອງລາວ "ເຈ້ຍ ປາຊີຟິກ" ຫຼື ພູມຊະນະ ສິລິວົງສາ ໃນຊື່ "ຮັກມະຍ່ອມມະແຍ່ມ" ເຊິ່ງຫາກໍເປີດກ້ອງຖ່າຍທຳໄປເມື່ອຕົ້ນເດືອນພຶດສະພາທີ່ຜ່ານມາ. ລາຍນັກສະແດງທີ່ເຈ້ຍເປີດເຜີຍອອກມານັ້ນ ຈາກຝັ່ງລາວປະກອບມີ: ນຸ້ຍ ສຸພາພອນ Miss Universe Laos 2017, ເຈ້ຍ ປາຊີຟິກ, ນຸນີ່ ຊຸມພົນພັກດີ, ແກ້ວຕາ ພອນປະເສີດ, ຕ່າຍ ອາກາດ, ແມັກ ພູວະເນດ, ຕຸ່ນ ແສງໝອນ. ສ່ວນດາລາຈາກຝັ່ງໄທກໍຈັດເຕັມບໍ່ໜ້ອຍກວ່າກັນ ນຳໂດຍ ໝໍ່າ ຈົກໝົກ, ເອັກ ປັດທະມະ, ສາຍສິນ ວົງຄຳເຫຼົາ, ແວວ ຜະກາພອນ ແລະ ຝ້າຍ ເມຄະ.
>> ເຈ້ຍ ປາຊີຟິກ ກຽມສ້າງຮູບເງົາເລື່ອງໃໝ່ "ຮັກມະຍ່ອມມະແຍ່ມ" ເຜີຍລາຍຊື່ນັກສະແດງຈັດເຕັມ ມີແຕ່ຜູ້ເດັດໆ
ສ່ວນກຳນົດເຂົ້າສາຍຍັງບໍ່ທັນເປີດເຜີຍເທື່ອ ຕ້ອງລໍຖ້າອັບເດດກັນອີກເທື່ອໜຶ່ງ.
4. ບໍ່ມີວັນຈາກ
ບໍ່ມີວັນຈາກ ເປັນຮູບເງົາແບບ Sci-Fi ເຊິ່ງເຫດການເກີດຂຶ້ນໃນອະນາຄົດ ໃນປີ 2065 ໂດຍຊາຍຄົນໜຶ່ງ (ຮັບບົດໂດຍ ພໍ່ຊຽງຍານ) ທີ່ອາໄສຢູ່ເຂດຂານເມືອງຂອງນະຄອນຫຼວງວຽງຈັນ ໄດ່ພົບກັບສາວລີນ້າ (ຮັບບົດໂດຍ ຕັອດ ລີນ້າ) ທີ່ມາຊອກຫາແມ່ຂອງຕົນເອງ ເຊິ່ງການຊອກຫາແມ່ນີ້ບໍ່ແມ່ນເລື່ອງງ່າຍ ເພາະຊາຍຄົນດັ່ງກ່າວມີເລື່ອງລາວທີ່ປິດບັງໄວ້ທັງເລື່ອງລີ້ລັບ, ຄວາມຊົງຈຳເກົ່າໆ ຈົນເຮັດໃຫ້ກາຍເປັນເລື່ອງລາວທີ່ຕ້ອງລໍຖ້າຕິດຕາມວ່າ ລີນ້າ ຈະພົບແມ່ຂອງລາວບໍ່.
ຮູບເງົາເລື່ອງນີ້ ນອກຈາກ ຕັອດ ລີນ້າ ທີ່ຮັບບົດຍິງສາວທີ່ມາຈາກປີ 2065 ແລ້ວ ຍັງໄດ້ ພໍ່ຊຽງຍານ ຫຼື ຍານ ນະວຸດທິ ຈັນທະລັງສີ ມາຮັບບົດນຳ, ປໍ ສິລັດສາ (ຮັບບົດອະດີດຂອງພໍ່ຊຽງຍານ), ນຸດ - ນຸດນະພາ ສ້ອຍດາລາ (ຮັບບົດຍິງສາວທີ່ຖືກຄາຕະກຳເມື່ອຫຼາຍປີກ່ອນ). ທັງນີ້ ຍັງບໍ່ທັນມີຂໍ້ມູນວ່າ ຮູບເງົາເລື່ອງດັ່ງກ່າວຈະຖ່າຍທຳແລ້ວ ແລະ ພ້ອມເຂົ້າໂຮງເມື່ອໃດ ແຕ່ຄາດວ່າພາຍໃນປີນີ້ໜ້າຈະໄດ້ຮູ້ຂໍ້ມູນເພີ່ມເຕີມກ່ຽວກັບຮູບເງົາເລື່ອງນີ້ຫຼາຍຂຶ້ນ.
>> ຕັອດ ລີນ້າ ກຽມປາກົດກາຍໃນຮູບເງົາ Sci-Fi ເລື່ອງໃໝ່ຂອງລາວ "ບໍ່ມີວັນຈາກ" ຜົນງານກຳກັບຂອງ ແມັດຕີ້ ໂດ