ກຽມເຊຍນັດສຸດທ້າຍຂອງກຸ່ມ ບີ : ລາວ ພົບ ໄທ ລາຍການ AFF U-15 Girls’ Championship 2019

ຮອບສຸດທ້າຍຂອງກຸ່ມ ບີ (B) ມີກຳນົດແຂ່ງຂັນໃນຕອນແລງຂອງມື້ນີ້ ໃນເສິກຊີງແຊ້ມ AFF U-15 Girls’ Championship 2019 ທີ່ຊົນບຸຣີ ເຊິ່ງທີມຊາດລາວ ຈະພົບກັບ ເຈົ້າພາບໄທ.
ທີມຊາດຍິງລາວ U-15 ຈະພົບກັບ ທີມຊາດຍິງໄທ U-15 ໃນຕອນແລງຂອງມື້ນີ້ (17 ພຶດສະພາ 2019) ເວລາ 18:00 ໂມງຕາມເວລາປະເທດລາວ ທີ່ສະໜາມ Institute of Physical Education Chonburi Campus Stadium 1.
ກ່ອນໜ້ານີ້ທີມຊາດລາວພົບກັບທມຊາດກຳປູເຈຍ ແລະ ສາມາດເອົາຊະນະໄດ້ດ້ວຍຄະແນນ 2-0.
ທີມຊາດລາວຢູ່ໃນກຸ່ມ ບີ ເຊິ່ງປະກອບມີ: ລາວ, ໄທ, ກຳປູເຈຍ, ສິງກະໂປ ແລະ ມາເລເຊຍ. ຂະນະທີ່ກຸ່ມ ເອ ປະກອບມີ: ມຽນມາ, ຫວຽດນາມ, ຕີມໍ ເລສເຕ ແລະ ຟິລິບປິນ.