ຈີນເອົາຄືນ ປະກາດແຜນປັບຂຶ້ນພາສີນຳເຂົ້າສິນຄ້າຈາກອາເມຣິກາ ສູງສຸດ 25%

ສຳນັກຂ່າວຊິນຫົວ ລາຍງານວ່າ ເມື່ອວັນທີ 13 ພຶດສະພາ 2019 ຄະນະກຳມະທິການພາສີນຳເຂົ້າຂອງຈີນ ປະກາດແຜນການປັບຂຶ້ນອັດຕາພາສີສິນຄ້ານຳເຂົ້າຈາກອາເມຣິກາ ບາງລາຍການເພີ່ມຂຶ້ນເປັນ 25%, 20% ແລະ 10% ນັບຕັ້ງແຕ່ວັນທີ 1 ມິຖຸນາ ເປັນຕົ້ນໄປ.
ລາຍງານລະບຸວ່າ ແຜນການດັ່ງກ່າວເກີດຂຶ້ນຫຼັງຈາກອາເມຣິກາ ວາງແຜນປັບຂຶ້ນພາສີສິນຄ້ານຳເຂົ້າຈາກຈີນມູນຄ່າ 2 ແສນລ້ານໂດລາ ເພີ່ມຈາກ 10% ເປັນ 25% ໃນວັນທີ 10 ພຶດສະພາ ທີ່ຜ່ານມາ.
ທັງນີ້, ຈີນເຄີຍປັບຂຶ້ນອັດຕາພາສີສິນຄ້ານຳເຂົ້າຈາກອາເມຣິກາ ມູນຄ່າ 60,000 ລ້ານໂດລາ ກ່ອນໜ້ານີ້ແລ້ວ.
ຄະນະກຳມະການ ກ່າວວ່າ ການກະທຳຂອງອາເມຣິກາ ເພີ່ມຄວາມຂັດແຍ່ງທາງດ້ານການຄ້າ ແລະ ລະເມີດຂໍ້ຕົກລົງທີ່ທັງສອງຝ່າຍຈະແກ້ໄຂບັນຫາດ້ວຍການເຈລະຈາ, ລວມເຖິງສົ່ງຜົນກະທົບຕໍ່ຜົນປະໂຫຍດ ແລະ ຄວາມຄາດຫວັງຂອງປະຊາຄົມໂລກ.
“ຈີນຈຳເປັນຕ້ອງປັບຂຶ້ນອັດຕາພາສີສິນຄ້ານຳເຂົ້າຈາກອາເມຣິກາ ບາງລາຍການ ເພື່ອຕອບໂຕ້ພຶດຕິກຳກີດກັນທາງດ້ານການຄ້າ ແລະ ການກະທຳພຽງຝ່າຍດຽວຂອງອາເມຣິກາ, ຕະຫຼອດຈົນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຈີນ ແລະ ກົນໄກທາງດ້ານການຄ້າລະດັບພະຫຸພາຄີ”.
“ຈີນຫວັງວ່າອາເມຣິກາ ຈະຫັນກັບມາເຈລະຈາເສດຖະກິດ ແລະ ການຄ້າຢ່າງຖືກຕ້ອງ, ຮ່ວມມືກັບຈີນເພື່ອພົບກັນຄົນລະເຄິ່ງທາງ, ບັນລຸຜົນປະໂຫຍດ ແລະ ຂໍ້ຕົກລົງຮ່ວມກັນ ບົນພື້ນຖານຂອງຄວາມເຄົາລົບເຊິ່ງກັນ ແລະ ກັນ”.
>> ຈີນສະແດງຄວາມຜິດຫວັງ ແລະ ພ້ອມຈະຕອບໂຕ້ຫາກອາເມຣິກາຂຶ້ນພາສີສິນຄ້າ 2 ແສນລ້ານໂດລາ
ຂໍຂອບໃຈ
ຂໍ້ມູນ : China Xinhua News