ນັກສຶກສາ 257 ຄົນ ຮ່ວມເສັງເຂົ້າລັດຖະກອນຄູ ທີ່ແຂວງວຽງຈັນ ຂະນະທີ່ສົກປີນີ້ມີພຽງ 41 ຕົວເລກ

ບັນດານັກສຶກສາ ຈຳນວນ 257 ຄົນ ໄດ້ເຂົ້າຮ່ວມສອບເສັງຄັດເລືອກບັນຈຸເປັນລັດຖະກອນຄູ ແລະ ບໍລິຫານ ສົກປີ 2018-2019 ທີ່ແຂວງວຽງຈັນ. ຂະນະທີ່ ໃນສົກປີນີ້, ພະແນກສຶກສາທິການ ແລະ ກີລາ ແຂວງວຽງຈັນ ໄດ້ຮັບຕົວເລກລັດຖະກອນຈາກກະຊວງສຶກສາທິການ ແລະ ກີລາ ທັງໝົດພຽງ 41 ຕົວເລກເທົ່ານັ້ນ.
ເມື່ອວັນທີ 11 ພຶດສະພາ ຜ່ານມາ, ພະແນກສຶກສາທິການ ແລະ ກີລາແຂວງ (ສກຂ) ວຽງຈັນ ໄດ້ຈັດການສອບເສັງຄັດເລືອກເອົາລັດຖະກອນຄູ ແລະ ບໍລິຫານ ສົກປີ 2018-2019 ທີ່ໂຮງຮຽນ ມສ ໂພນໝີ, ໂດຍການເປັນປະທານຂອງທ່ານ ນາງ ຈັນແພງ ວິພາວັນ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງວຽງຈັນ, ມີທ່ານ ນາງ ແກ້ວດວງໃຈ ສີສຸທໍາ ຮອງຂະແໜງຄຸ້ມຄອງລັດຖະກອນ ພະແນກພາຍໃນແຂວງ, ພ້ອມດ້ວຍບັນດາຄະນະພະແນກ, ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ 11 ເມືອງທົ່ວແຂວງ, ຕະຫຼອດຮອດພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມ 200 ກວ່າຄົນ.
ໂອກາດດັ່ງກ່າວ, ທ່ານ ນາງ ຈັນແພງ ວິພາວັນ ໄດ້ກ່າວວ່າ: ເພື່ອປະຕິບັດຕາມຄໍາແນະນໍາຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 420/ສສກ, ລົງວັນທີ 3 ເມສາ 2019 ວ່າດ້ວຍການຮັບ ແລະ ບັນຈຸລັດຖະກອນຄູ ແລະ ບໍລິຫານ ໃນຂະແໜງການສຶກສາ ແລະ ກີລາ ສົກປີ 2018-2019, ພະແນກສຶກສາທິການ ແລະ ກີລາ ແຂວງວຽງຈັນ ຈຶ່ງໄດ້ຈັດການສອບເສັງຄັດເລືອກເອົາລັດຖະກອນຄູ ແລະ ບໍລິຫານຂຶ້ນ, ຊຶ່ງຜູ້ທີ່ເຂົ້າຮ່ວມຈະໄດ້ສອບເສັງພາກທິດສະດີ ແລະ ການສຳພາດ ເພື່ອຄັດເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ສອນດີ, ສອນເກັ່ງ, ມີຄຸນສົມບັດດີ, ມັກຮັກໃນອາຊີບຄູ ປະກອບເຂົ້າເປັນລັດຖະກອນຄູ ແລະ ບໍລິຫານ ຕາມຕົວເລກແບ່ງປັນຂອງກະຊວງສຶກສາທິການ ແລະ ກີລາ ຈັດສັນໃຫ້. ສະເພາະໃນສົກປີ 2018-2019, ພະແນກສຶກສາທິການ ແລະ ກີລາ ແຂວງວຽງຈັນ ໄດ້ຮັບຕົວເລກລັດຖະກອນຈາກກະຊວງສຶກສາທິການ ແລະ ກີລາ ທັງໝົດ 41 ຕົວເລກ. ໃນນັ້ນ, ລັດຖະກອນຄູ ຈໍານວນ 38 ຕົວເລກ ແລະ ບໍລິຫານ ຈໍານວນ 3 ຕົວເສຳລັບການສອບເສັງຄັດເລືອກເອົາລັດຖະກອນຄູ ແລະ ບໍລິຫານໃນຄັ້ງນີ້, ມີນັກສຶກສາ ຈໍານວນ 257 ຄົນເຂົ້າຮ່ວມ, ໂດຍແບ່ງຕາມສາຍວິຊາ ຄື: ຄູອະນຸບານ ຈໍານວນ 94 ຄົນ, ຄູປະຖົມ ຈໍານວນ 76 ຄົນ, ຄູຊັ້ນມັດທະຍົມ (ຕາມສາຍວິຊາ) ຈໍານວນ 81 ຄົນ ແລະ ບໍລິຫານ ຈໍານວນ 6 ຄົນ.
(ກິນດາລອນ ພະແນກສຶກສາ-ກີລາ ແຂວງວຽງຈັນ)