ນັກກີລາແຂນດຽວຈາກລາວຜູ້ບໍ່ເຄີຍຍອມຈຳນົນຕໍ່ຄວາມພິການ ເຂົ້າຮ່ວມການແຂ່ງຂັນໄຕຣກີລາສຸດໂຫດຢູ່ຫວຽດນາມ

ສົ່ງແຮງໃຈໄປເຊຍຕົວແທນຈາກລາວທີ່ເຂົ້າຮ່ວມການແຂ່ງຂັນໄຕຣກີລາ Techcombank IRONMAN 70.3 Vietnam ເຊິ່ງມີນັກກີລາຕົວແທນຈາກລາວເຂົ້າຮ່ວມແຂ່ງຂັນ ປະກອບມີ ວິລະພອນ ພຸດທະວົງໄຊ ນັກກີລາປັ່ນລົດຖີບແຂນດຽວຜູ້ເຊິ່ງບໍ່ເຄີຍຍອມຈຳນົນໃຫ້ຄວາມພິການທາງກາຍ ແລະ ທ່ານ ອິນທີ ເດືອນສະຫວັນ ນັກທຸລະກິດຊື່ດັງຂອງລາວ ເຊິ່ງມາເປັນຄູຝຶກໃຫ້ພ້ອມ.
ທ່ານ ອິນທີ ເດືອນສະຫວັນ (ຊ້າຍສຸດ) ແລະ ວິລະພອນ ພຸດທະວົງໄຊ (ຂວາສຸດ) / ພາບ: Xaykhame Manilasith
ການແຂ່ງຂັນດັ່ງກ່າວມີຂຶ້ນໃນວັນທີ 12 ພຶດສະພາ 2019 ທີ່ນະຄອນດານັງ ປະເທດຫວຽດນາມ ໂດຍມີການແຂ່ງຂັນ 3 ລາຍການຄື: ລອຍນ້ຳ 1.9 ກິໂລແມັດ, ປັ່ນລົດຖີບ 90 ກິໂລແມັດ ແລະ ແລ່ນ 21 ກິໂລແມັດ.
ເຊິ່ງທາງດ້ານເຟສບຸກ OneHand_CanDo ເຊິ່ງເປັນແຟນເພຈທາງການຂອງ ວິລະພອນ ພຸດທະວົງໄຊ ໄດ້ໂພສຂໍ້ຄວາມ ແລະ ຮູບພາບລະບຸວ່າ: "ຂໍຂອບໃຈໝູ່ເພື່ອອ້າຍເອື້ອຍນ້ອງທຸກຄົນ ທີ່ຕິດຕາມໃຫ້ກຳລັງໃຈໃນການລົງແຂ່ງ Techcombank IRONMAN 70.3 Vietnam ຄັ້ງທຳອິດ ໂດຍສະເພາະ ແມ່ນ ອ້າຍອີນທີ ແລະ John ທີ່ເປັນທັງສະປອນເຊີ້ ແລະ ໂຄສ ຈົນສາມາດຜ່ານດ່ານຄວາມໂຫດຂອງຄື້ນທະເລ, ການປັ່ນ ໄລຍະ 90 ກິໂລແມັດ ແລະ ແລ່ນ 21 ກິໂລແມັດ ທ່າມກາງແສງແດດສຸດຮ້ອນຍາມບ່າຍ ແລະ ສຸດທ້າຍ ຂໍສົ່ງກຳລັງໃຈ ໃຫ້ທຸກຄົນທີ່ທໍ້ແທ້ໝົດຫວັງ ຈົ່ງຢ່າຍອມແພ້".
ພ້ອມນັ້ນ ວິລະພອນ ພຸດທະວົງໄຊ ຍັງໄດ້ເປີດເຜີຍອີກວ່າ ນີ້ເປັນຄັ້ງທຳອິດທີ່ລົງແຂ່ງຂັນແບບບີບໃຈທີ່ສຸດ.
ນີ້