ເຈົ້າຊາຍແຮຣີ່-ເມແກນ ແຫ່ງຣາຊະວົງອັງກິດ ອຸ້ມໂອຣົດນ້ອຍອວດສາຍຕາຄົນທົ່ວໂລກເປັນຄັ້ງທຳອິດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ຢູ່ທີ່ໂບດເຊັນຈອດ ແຄວ້ນເບີກເຊຍ ໃນພະຣາຊະວັງວິນເຊີ ເຈົ້າຊາຍແຮຣີ່ ແລະ ດັຊເຊສ ເມແກນ ໄດ້ອຸ້ມໂອຣົດປາກົດຕົວຕໍ່ສາຍຕາຊາວໂລກເປັນຄັ້ງທຳອິດ ຫຼັງຈາກປະສູດເມື່ອວັນທີ 6 ພຶດສະພາ ທີ່ຜ່ານມາ.
ເຈົ້າຊາຍນ້ອຍນອນຫຼັບຕາຢູ່ໃນອ້ອມກອດຂອງບິດາ ໂດຍມີເມແກນ ດັຊເຊສແຫ່ງຊັສເຊັກ ຜູ້ເປັນມານດາ ຢືນຢູ່ຄຽງຂ້າງ.
ໃນຂະນະທີ່ເຈົ້າຊາຍແຮຣີ່ໄດ້ກ່າວວ່າ ການເປັນພໍ່ແມ່ເປັນເລື່ອງທີ່ດີເລີດ ແລະ ໜ້າອັດສະຈັນຫຼາຍ ເຖິງແມ່ນວ່າຈະຜ່ານມາບໍ່ພໍເທົ່າໃດມື້ ແຕ່ເພີ່ນກໍຕື່ນເຕັ້ນ ແລະ ມີຄວາມສຸກຫຼາຍ.
ຫຼ້າສຸດ ເຈົ້າຊາຍແຮຣີ່ ແລະ ເມແກນ ໄດ້ປະກາດຜ່ານທາງທະວິດເຕີສ່ວນຕົວ @sussexroyal19 ວ່າເຈົ້າຊາຍນ້ອຍມີຊື່ວ່າ “ອາຣ໌ຊີ ແຮຣິສັນ ເມົາແບັດເທັນ-ວິນເຊີ” (Archie Harrison Mountbatten-Windsor).
ພ້ອມໂພສຮູບພາບ ເຈົ້າຊາຍແຮຣີ່, ດັຊເຊສ ເມແກນ, ແລະ ນາງດໍເຣຍ ເຣັກແລນ ມານດາຂອງເມແກນ ໄດ້ພາເຈົ້າຊາຍນ້ອຍເຂົ້າເຝົ້າ ສົມເດັດພະຣາຊິນີເອລິຊາເບັດທີ 2 ແລະ ເຈົ້າຊາຍຟິລລິປ ແຫ່ງເອດິນບະຣະ ຢູ່ທີ່ພະຣາຊະວັງວິນເຊີ.
ທັງນີ້, ເຈົ້າຊາຍອາຣ໌ຊີ ປະສູດໃນວັນຈັນທີ 6 ພຶດສະພາ ທີ່ຜ່ານມາ ເວລາ 05.26 ໂມງ, ນໍ້າໜັກ 3.3 ກິໂລກຼາມ ເປັນທາຍາດອົງທຳອິດຂອງເຈົ້າຊາຍແຮຣີ່ ກັບຊາຍາ ເມແກນ ແລະ ເປັນທາຍາດລຳດັບທີ່ 7 ຂອງການສືບເຊື້ອສາຍຣາຊະວົງອັງກິດ.