[Muan! vote] ທ່ານຄິດວ່າ ການຢຸດຕິໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ຈະຊ່ວຍຫຼຸດຜ່ອນການດື່ມລົງບໍ່?
![[Muan! vote] ທ່ານຄິດວ່າ ການຢຸດຕິໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ຈະຊ່ວຍຫຼຸດຜ່ອນການດື່ມລົງບໍ່?](https://s.isanook.com/la/0/rp/r/w700h420/ya0xa0m1w0/aHR0cHM6Ly9zLmlzYW5vb2suY29tL2xhLzAvdWQvMTAvNTA5OTIvNTA5OTIuanBn.jpg)
ພາຍຫຼັງທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກຊະນິດ ເມື່ອບໍ່ດົນມານີ້ ກໍໄດ້ເຮັດໃຫ້ມີການສົນທະນາເປັນວົງກວ້າງກ່ຽວກັບປະເດັນດັ່ງກ່າວ.
ພ້ອມທັງເມື່ອຕອນເຊົ້າຂອງມື້ນີ້ ພາກລັດກໍໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນຫາດັ່ງກ່າວ ຮ່ວມກັບພາກເອກະຊົນ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ ເຊິ່ງທາງບໍລິສັດຍັກໃຫຍ່ທາງດ້ານເຄື່ອງດື່ມທີ່ມີທາດເຫຼົ້າຂອງລາວຢ່າງ ບໍລິສັດ ເບຍລາວ ຈຳກັດ ກໍໄດ້ອອກມາກ່າວວ່າ ເຫັນດີທີ່ຈະປະຕິບັດຕາມແຈ້ງການດັ່ງກ່າວ.
ທັງນີ້ ອີງຕາມຂໍ້ມູນຈາກ ດຣ. ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ເຊິ່ງກ່າວໃນກອງປະຊຸມປຶກສາຫາລືເລື່ອງ ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫົ້າທຸກປະເພດ ໃນຕອນເຊົ້າວັນທີ 8 ພຶດສະພາ 2019 ໄດ້ລະບຸວ່າ: ຈາກການສຳຫຼວດການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າພົບວ່າ ຄົນລາວທີ່ມີອາຍຸ 15 ປີຂຶ້ນເມືອ ມີອັດຕາການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າສູງ ສະເລ່ຍຜູ້ລະ 15 ລິດຕໍ່ຄົນ/ປີ. ຖ້າສະເລ່ຍໃສ່ແຕ່ລະຫົວຄົນ ພົບວ່າ ແຕ່ລະປີຄົນລາວບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າາ ຜູ້ລະ 7.3 ລິດ ເຊິ່ງສູງກວ່າໝູ່ໃນອາຊຽນ.
ສພນັ້ນ ເຮົາເລີຍຈະມາສຳຫຼວດຄວາມເຫັນຈາກຜູ້ອ່ານ muan.la ວ່າ: ທ່ານຄິດວ່າ ການຢຸດຕິໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ຈະຊ່ວຍຫຼຸດຜ່ອນການດື່ມລົງບໍ່? ກົດລົງຄະແນນໄດ້ທີ່ດ້ານລຸ່ມເລີຍ.