ແລ່ນຈາກທາດຫຼວງຫາສະໜາມບິນສາກົນວັດໄຕ ເຜົາຜານພະລັງງານຫຼາຍສໍ່າໃດ?

ຮູ້ ຫຼື ບໍ່ວ່າ ການແລ່ນເຮັດໃຫ້ຮ່າງກາຍເຜົາຜານພະລັງງານໃນລະດັບທີ່ຕ່າງກັນຂຶ້ນກັບຫຼາຍປັດໄຈ ບໍ່ວ່າຈະເປັນເວລາ, ນໍ້າໜັກໂຕ ແລະ ຄວາມໄວໃນການແລ່ນ.
ມື້ນີ້ເຮົາມີຕາຕະລາງການຄິດໄລ່ອັດຕາການສູນເສຍພະລັງງານໃນການແລ່ນສຳລັບຄົນທີ່ມີນໍ້າໜັກແຕກຕ່າງກັນມາໃຫ້ເບິ່ງ ວ່າເຜົາຜານກັນໄປຫຼາຍສໍ່າໃດໃນໄລຍະ 30 ນາທີ ເຊິ່ງເປັນຈໍ້ມູນຈາກ Harvard Health Publishing. ໄປກວດສອບກັນເລີຍ.
ກິດຈະກຳ | ຕໍ່່າກວ່າ 57 ກິໂລກຣາມ | 58-70 ກິໂລກຣາມ | 71-84 ກິໂລກຣາມ |
ແລ່ນ (19 ນາທີ/ກມ) | 240 Kcal | 298 Kcal | 355 Kcal |
ແລ່ນ (16 ນາທີ/ກມ) | 300 Kcal | 372 Kcal | 444 Kcal |
ແລ່ນ (10 ນາທີ/ກມ) | 495 Kcal | 614 Kcal | 733 Kcal |
ສ່ວນການແລ່ນຈາກທາດຫຼວງຫາສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນນັ້ນ ໄລຍະທາງສັ້ນສຸດແມ່ນປະມານ 8 ກິໂລແມັດ ເຊິ່ງຖ້າແລ່ນຕາມແຕ່ລະຄວາມໄວ ຈະເຜົາຜານພະລັງງານໄດ້ຕາມຕາຕະລາງລຸ່ມນີ້:
ກິດຈະກຳ | ຕໍ່່າກວ່າ 57 ກິໂລກຣາມ | 58-70 ກິໂລກຣາມ | 71-84 ກິໂລກຣາມ |
ແລ່ນ (19 ນາທີ/ກມ) | 1200 Kcal | 1490 Kcal | 1775 Kcal |
ແລ່ນ (16 ນາທີ/ກມ) | 1278 Kcal | 1585 Kcal | 1891 Kcal |
ແລ່ນ (10 ນາທີ/ກມ) | 1316 Kcal | 1633 Kcal | 1949 Kcal |
ນີ້ເປັນຂໍ້ມູນໂດຍປະມານເທົ່ານັ້ນ ພະລັງງານທີ່ມີການເຜົາຜານອາດມີຄວາມແຕກຕ່າງ ຂຶ້ນກັບປັດໄຈອື່ນໆອີກ. ສາມາດອ່ານລາຍລະອຽດໄດ້ຕື່ມ ຈາກທີ່ມາຂອງຂໍ້ມູນທີ່ຢູ່ດ້ານລຸ່ມນີ້.
ຂໍຂອບໃຈ
ຂໍ້ມູນ : Harvard Health Publishing