ບຣູໄນ ປະກາດໂຈະ ການລົງໂທດປະຫານ 'ເກ' ດ້ວຍການ 'ແກວ່ງຫິນໃສ່'

ສຸລະຕ່ານແຫ່ງບຣູໄນ ໄດ້ປະກາດໂຈະການບັງຄັບໃຊ້ໂທດປະຫານຊີວິດ 'ເກ' ດ້ວຍການແກວ່ງຫິນໃສ່ ພາຍຫຼັງຖືກວິພາກວິຈານ ແລະ ຂວໍ້າບາດໂດຍນານາປະເທດ ໂດຍໄດ້ລະບຸວ່າແມ່ນຈະມີບົດລົງໂທດ ແຕ່ໃນທາງພາກປະຕິບັດແລ້ວ ບຣູໄນບໍ່ມີການປະຫານຊີວິດແທ້.
ເມື່ອວັນທີ 3 ເມສາທີ່ຜ່ານມາ ບຣູໄນປະກາດບັງຄັບໃຊ້ກົດໝາຍຫຼາຍຂໍ້ທີ່ມີບົດລົງໂທດ ເຊິ່ງຖືກປະຊາຄົມໂລກວິພາກວິຈານຫຼາຍ ເຊັ່ນ ກົດໝາຍລົງໂທດດ້ວຍການແກວ່ງຫິນໃສ່ຜູ້ທີ່ຖືກຕັດສິນວ່າມີຄວາມຜິດຈາກການຮ່ວມເພດທາງທະວານ, ການຂົ່ມຂືນ ແລະການຄົບຊູ້, ລົງໂທດການລັກດ້ວຍການຕັດແຂນຂາ ແລະການຂ້ຽນຕີຜູ້ທີ່ຢຸດຕິການຖືພາ (ລຸລູກ).
ອົງການສະຫະປະຊາຊາດປະນາມມາດຕະການດັ່ງກ່າວວ່າໂຫດຮ້າຍ ແລະ ຜິດມະນຸດ. ອົງການສິດທິມະນຸດຕ່າງໆ ຜູ້ມີຊື່ສຽງໃນວົງການຕ່າງໆ ຮ່ວມກັນຂວໍ້າບາດໂຮງແຮມທົ່ວໂລກທີ່ສົມເດັດພະລລາຊາທິບໍດີສຸລະຕ່ານ ຮັດຊານັນ ໂບນເກຍ ເປັນເຈົ້າຂອງ ເຊັ່ນ: ໂຮງແຮມເດິເບເວີຣີຮິລ ໃນລອສແອນເຈລິສ ແລະ ໂຮງແຮມເດິດໍເຊສເຕີ ໃນລອນດອນ; ຂະນະທີ່ບໍລິສັດທ່ອງທ່ຽວຫຼາຍແຫ່ງກໍຢຸດໂຄສະນາບຣູໄນເປັນແຫຼ່ງທ່ອງທ່ຽວດ້ວຍເຊັ່ນກັນ.
ຫຼ້າສຸດເມື່ອວັນທີ 5 ພຶດສະພາ, ສົມເດັດພະລາຊາທິບໍດີສຸລະຕ່ານຮັດຊານັນ ໂບນເກຍ (Sultan Hassanal Bolkiah) ພະປະມຸກແຫ່ງລັດ ກ່າວວ່າ ໄດ້ຮັບຮູ້ດີວ່າມີທັງຂໍ້ສົງໄສ ແລະ ການຕີຄວາມກົດໝາຍໃໝ່ໂດຍເຂົ້າໃຈຜິດກັນຫຼາຍ.
"ເປັນທີ່ຮັບຮູ້ກັນຫຼາຍກວ່າສອງທົດສະວັດວ່າ ໃນພາກປະຕິບັດແລ້ວ ເຮົາໄດ້ໂຈະການໃຊ້ບົດລົງໂທດປະຫານຊີວິດສຳລັບຄະດີຕາມກົດໝາຍຈາຮີດ. ຫຼັກການນີ້ຈະປັບໃຊ້ກັບຄະດີຕ່າງໆ ທີ່ພິຈາລະນາດ້ວຍກົດໝາຍອິດສະລາມດ້ວຍເຊັ່ນກັນ ເຊິ່ງເຮັດໃຫ້ມີຊ່ອງທາງຫຼວງຫຼາຍໃນການອະໄພໂທດ".
ບຣູໄນເປັນປະເທດທີ່ໃຊ້ກົດໝາຍສອງລະບົບມາຕັ້ງແຕ່ປີ 2014 ຄືກົດໝາຍຈາຮີດຕາມຢ່າງອັງກິດ ແລະ ກົດໝາຍອາຍາອິດສະລາມຊາຣີອະ (Syariah Penal Code Order: SPCO) ໂດຍມີແຜນຈະຄ່ອຍໆ ປ່ຽນມາໃຊ້ກົດໝາຍຊາຣີອະຢ່າງເຕັມຕົວ.
ທັງນີ້ ເຖິງວ່າບຣູໄນຈະມີການກຳນົດບົດລົງໂທດປະຫານຊີວິດໄວ້ສຳລັບອາດຊະຍາກຳຫຼາຍປະເພດ ເຊັ່ນ: ການຄາຕະກຳ ແລະ ການຄ້າຢາ ແຕ່ກໍບໍ່ມີການປະຫານຊີວິດເກີດຂຶ້ນໃນບຣູໄນນັບຕັ້ງແຕ່ປີ 1957.
ສອດຄ່ອງກັບທີ່ ເອຣີວານ ຢູຊຸຟ (Erywan Yusof) ລັດຖະມົນຕີກະຊວງການຕ່າງປະເທດຂອງບຣູໄນໄດ້ຊີ້ແຈງໄວ້ກ່ອນໜ້ານີ້ວ່າ ສາລະສຳຄັນໃນການບັງຄັບໃຊ້ກົດໝາຍຊາຣີອະຢູ່ທີ່ການໃຫ້ຄວາມຮູ້ ແລະ ປ້ອງກັນບໍ່ໃຫ້ຄົນເຮັດຜິດຫຼາຍກວ່າການລົງໂທດ.
ຢ່າງໃດກໍຕາມ ເຖິງຈະກ່າວວ່າການໂຈະໃຊ້ໂທດປະຫານຊີວິດນັ້ນ ຈະໂຈະໄວ້ສຳລັບລົດລົງໂທດໃນກົດໝາຍຈາຮີດ ແລະ ກົດໝາຍອິດສະລາມເຊິ່ງລະບຸກົດໝາຍແກວ່ງຫິນໃສ່ເກໄວ້ນັ້ນ ສຸລະຕ່ານແຫ່ງບຣູໄນຍັງກ່າວຢືນຢັນອີກວ່າ ຜົນດີຂອງກົດໝາຍນີ້ຈະເປັນທີ່ຮັບຮູ້ ແລະ ຢ້ຳວ່າ ທັງກົດໝາຍຈາຮີດ ແລະກົດໝາຍຊາຣີອະມຸ່ງທີ່ຈະສົ່ງເສີມຄວາມສະຫງົບສຸກ ແລະ ຄວາມສາມັກຄີຂອງຄົນໃນປະເທດ. ກົດໝາຍທັງສອງເປັນສ່ວນສຳຄັນໃນການຮັກສາສິນທຳ ແລະ ຄວາມເໝາະສົມໃນປະເທດ ພໍກັບການຮັກສາຄວາມເປັນສ່ວນຕົວຂອງປັດເຈກບຸກຄົນອີກດ້ວຍ.