"Avengers: Endgame" ແຊງຂຶ້ນເປັນອັນດັບ 2 ຮູບເງົາລາຍໄດ້ດີໃນປະຫວັດຕິການ ແທນທີ່ "Titanic"

- ຫຼັງເຂົ້າສາຍພຽງ 11 ວັນກໍສາມາດກວາດລາຍໄດ້ແຕະ 2 ຕື້ໂດລາສະຫະລັດ ແລະ ແຊງຂຶ້ນເປັນອັນດັບ 2 ຮູບເງົາທີ່ມີລາຍຮັບສູງສຸດໃນປະຫວັດສາດທີ່ແທນທີ່ Titanic (ໄທທານິກ)
- Avengers: Endgame ກາຍເປັນຮູບເງົາເລື່ອງຫຼ້າສຸດທີ່ສ້າງລາຍຮັບແຕະຫຼັກ 1 ຕື້ໂດລາສະຫະລັດໄດ້ໄວທີ່ສຸດຫຼັງເຂົ້າສາຍ
ພາບຈາກຮູບເງົາ ອະເວນເຈີ: ເອນເກມ (2019) / ພາບ: IMDb
ພາຍຫຼັງທີ່ເຂົ້າສາຍໃນທົ່ວໂລກຕັ້ງແຕ່ປາຍເດືອນເມສາທີ່ຜ່ານມາ ພຽງ 11 ວັນ ຮູບເງົາແອັກຊັນຊູເປີຣີໂຣຢ່າງ ອະເວນເຈີ: ເອນເກມ (Avengers: Endgame) ຈາກ Marvel Studio ກໍສາມາດລົ້ມຜູ້ຄອງອັນດັບ 2 ເກົ່າຢ່າງ ໄທທານິກ (Titanic) ຮູບເງົາປີ 1997 ຂຶ້ນມາແທນທີ່ໄດ້ ດ້ວຍລາຍຮັບທັງໝົດໃນຕອນນີ້ທີ່ 2,188 ຕື້ໂດລາສະຫະລັດ.
ພາບຈາກຮູບເງົາ ໄທທານິກ (1997) / ພາບ: IMDb
ໂດຍລາຍໄດ້ດັ່ງກ່າວແບ່ງເປັນ 2 ສ່ວນຄື: ລາຍໄດ້ໃນປະເທດສະຫະລັດອາເມລິກາ ແລະ ເຂດອາເມລິກາເໜືອ 619 ລ້ານໂດລາສະຫະລັດ ແລະ ລາຍໄດ້ຈາກທົ່ວໂລກຢູ່ທີ່ 1,569 ລ້ານໂດລາ.
ໃນຂະນະທີ່ເບີໜຶ່ງຢ່າງ ອະວະຕານ (Avatar (2009)) ເຊິ່ງກວາດລາຍຮັບໃນຕອນນັ້ນ ໄດ້ເຖິງ 2 ຕື້ໂດລາ ໂດຍໃຊ້ເວລາໄປທັງໝົດ 47 ມື້ ແລະ ຕອນນີ້ນຳໜ້າ ອະເວນເຈີ: ເອນເກມ ຢູ່ປະມານ 600 ລ້ານໂດລາ.
ພາບຈາກຮູບເງົາ ອະວະຕານ (2009) / ພາບ: IMDb
ສ່ວນ ອະເວນເຈີ: ເອນເກມ ຈະສາມາດລົ້ມແຊ້ມເກົ່າຢ່າງ ໄທທານິກ ລົງໄດ້ ຫຼື ບໍ່ນັ້ນ ເຊິ່ງນັກວິເຄາະຫຼາຍຄົນຄາດຄະເນວ່າ ອາດເປັນເລື່ອງທີ່ຍາກ ເນື່ອງຈາກໃນເດືອນນີ້ມີຮູບເງົາທີ່ຈະມາກວາດລາຍໄດ້ຫຼາຍເລື່ອງກຽມຈໍ່ເຂົ້າສາຍໃນໂຮງທົ່ວໂລກ ເຊັ່ນ: Pokemon Detective Pikachu, Aladdin, Godzilla: King of the Monsters, Dark Phoenix และ The Secret Life of Pets 2 ແລະ ທ້າຍທີ່ສຸດແລ້ວ ອະເວນເຈີ: ເອນເກມ ອາດຢູ່ໃນຕະແໜ່ງຮູບເງົາລາຍໄດ້ດີເບີ 2 ຂອງໂລກຕາມຫຼັງ ອະວະຕານ ກໍເປັນໄດ້.
ແຕ່ຈະຈິງແທ້ແນ່ນອນແນວໃດ ກໍຕ້ອງຖ້າເບິ່ງກັນ ເພາະຍັງມີເວລາໃຫ້ຮູບເງົາເລື່ອງນີ້ເກັບລາຍຮັບເພີ່ມໃນໂຮງຮູບເງົາໄດ້ອີກໄລຍະໜຶ່ງ.