ບ້ານຊຽງມວກ ແຂວງຫຼວງພະບາງ ເກີດແຜ່ນດິນໄຫວຂະໜາດ 3.7

ຈາກການລາຍງານຂອງ ທ່ານ ບຸນເຕັມ ດວງພະຈັນ ຮອງຂະແໜງອຸຕຸນິຍົມອຸທົກກະສາດ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ລາຍງານຕໍ່ນັກຂ່າວໃນຕອນບ່າຍຂອງ ວັນທີ 23 ເມສາ 2019 ນີ້ວ່າ: ໃນ ເວລາ 10:05 ໂມງ ຂອງວັນທີ 23 ເມສາ 2019 ນີ້ ໄດ້ເກີດມີແຜ່ນດິນໄຫວຢູ່ເຂດ ບ້ານຊຽງມວກ ຢູ່ເສັ້ນຂະໜານທີ 19.796 ອົງສາເໜືອ, ເສັ້ນແວງທີ 102.101 ອົງສາຕາເວັນອອກ, ຂະໜາດ 3.7, ຢູ່ເລິກໄປປະມານ 10 ກິໂລແມັດ ແລະ ທ່ານ ບຸນເຕັມ ດວງພະຈັນ ກ່າວຕື່ມວ່າ ສໍາລັບແຜ່ນດິນໄຫວຂະໜາດ 3.7 ນີ້ແມ່ນຍັງຢູ່ໃນຂັ້ນຕໍ່າຈະບໍ່ມີຜົນເສຍຫາຍຫຍັງເກີດຂຶ້ນ, ຂະໜາດ 4 ຈະຮູ້ສຶກເຖິງການສັ່ນສະເທືອນເລັກນ້ອຍ ແລະ ລະດັບຂັ້ນຮ້າຍແຮງແມ່ນນັບຕັ້ງແຕ່ຂະໜາດ 5 -7 ຂຶ້ນໄປຈະສົ່ງຜົນກະທົບຍ່າງມະຫາສານຢູ່ເຂດບໍລິເວນດັ່ງກ່າວ.
ສໍາລັບການລົງສໍາຫຼວດພື້ນທີ່ຈຸດເກີດແຜ່ນດິນໄຫວແມ່ນໜ່ວຍງານທີ່ກ່ຽວຂ້ອງກໍາລັງຕິດຕໍ່ຫາຂໍ້ມູນທາງບ້ານຊຽງມວກ ແລະ ກຽມລົງພື້ນທີ່ເພື່ອສໍາຫຼວດຫາສາເຫດດັ່ງກ່າວ. ສ່ວນຂໍ້ມູນລາຍລະອຽດຈະລາຍງານອີກຕື່ມພາຍຫຼັງ.
ຂໍຂອບໃຈ
ຂໍ້ມູນ : ຂ່າວສານຫຼວງພະບາງ