ເບິ່ງດວງລາຍວັນປະຈໍາວັນພຸດ ທີ 24 ເມສາ 2019 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ໄດ້ເຮັດໃນສິ່ງທີ່ຕົນເອງມັກກໍເປັນໂຊກດີ ເກີດຄວາມກ້າວໜ້າແລະຄວາມສຳເລັດຕາມທີ່ຄາດຫວັງ
ການເງິນ ຈະໝຸນຫາໃຫ້ຜ່ານພົ້ນໄປໄດ້ສະເໝີໃນຊ່ວງນີ້ ແຕ່ກໍເມື່ອຍ
ຄວາມຮັກ ຄວາມສຳພັນດຳເນີນໄປໃນທິດທາງທີ່ຄ່ອຍໆ ດີຂຶ້ນ ແຕ່ກໍມີບາງຢ່າງທີ່ອີກຝ່າຍຍັງບໍ່ເປີດເຜີຍອອກມາ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຟ້າອ່ອນ
ເລກນຳໂຊກ 3
ວັນຈັນ
ການງານ ຈະເຮັດທຸລະກິດຫຍັງກໍມີຄວາມສຳເລັດ ຖ້າຕຳແໜ່ງຢູ່ ມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ
ການເງິນ ຢູ່ໃນເກນຊົງຕົວໃນຊ່ວງນີ້ ມີຄ່າໃຊ້ຈ່າຍໃນການເດີນທາງຕ່າງໆ ທີ່ຕ້ອງໃຊ້ເງິນຫລາຍເປັນພິເສດ
ຄວາມຮັກ ເບິ່ງຄືຈະມຸ້ງມັ່ນກ່ຽວກັບເລື່ອງທຸລະກິດການງານ ຫລາຍກວ່າທີ່ຈະໂຟກັດໃນເລື່ອງຂອງຄວາມຮັກ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 9
ວັນຄານ
ການງານ ຈະເຮັດທຸລະກິດການງານໃດໆ ຄວນໃຊ້ຄວາມສ້າງສັນ ກ້າຕັດສິນໃຈ ຈະເກີດຄວາມສຳເລັດທີ່ດີໄດ້
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີບໍ່ວ່າຈະຍິນດີຫລືບໍ່ກໍຕາມ ໃນຊ່ວງນີ້ໃຊ້ເງິນຫລາຍເປັນພິເສດ
ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ຍັງບໍ່ຕັດສິນໃຈໃນເລື່ອງຂອງຄວາມຮັກເພາະມີພາລະກິດຫລາຍເປັນພິເສດໃນຊ່ວງນີ້
ເຄື່ອງມຸງຄຸນ ຫີນນໍາໂຊກສີເຫຼືອງ
ສີມຸງຄຸນ ສີບົວອ່ອນ
ເລກນຳໂຊກ 4
ວັນພຸດ
ການງານ ໃຊ້ຄວາມສະຫລາດ ແລະ ສິລະປະໃນການຕິດຕໍ່ເຈລະຈາດ້ານການລົງທຶນຕ່າງໆ ຈະກໍ່ໃຫ້ເກີດຄວາມສຳເລັດ
ການເງິນ ໂຊກດີ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນຊ່ວງນີ້ດ້ານໂຊກດີຂຶ້ນກວ່າແຕ່ກ່ອນ
ຄວາມຮັກ ຈະພົບຄົນລັກສະນະສົມສ່ວນ ມີຄວາມສາມາດຫລາຍໆ ຊຶ່ງທ່ານຈະຮູ້ສຶກພູມໃຈໃນໂຕທ່ານຫລາຍເລີຍ
ເຄື່ອງມຸງຄຸນ ຕ່າງຫູ
ສີມຸງຄຸນ ສີຂາວ
ເລກນຳໂຊກ 0
ວັນພະຫັດ
ການງານ ຈະພົບອຸປະສັກດ້ວຍເປັນທຳມະດາ ແຕ່ກໍແກ້ໄຂບັນຫາສະເພາະໜ້າຕ່າງໆ ໃຫ້ຜ່ານພົ້ນໄປໄດ້ ແລະ ສ້າງຜົນງານໄດ້ດີຂຶ້ນ
ການເງິນ ພັດທະນາຄວາມສາມາດພິເສດຂອງຕົນເອງເພື່ອຫາລາຍໄດ້ເພີ່ມເຕີມໄດ້ເປັນຢ່າງດີ
ຄວາມຮັກ ຍັງບໍ່ລົງຕົວໃນເລື່ອງຂອງຄວາມສຳພັນເພາະຄວາມໃຈຮ້ອນ ລະວັງຂັດແຍ້ງກັນເພາະຄຳເວົ້າ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີແດງ
ເລກນຳໂຊກ 7
ວັນສຸກ
ການງານ ຄວາມສະຫລຽວສະຫລາດໃນການເຈລະຈາກໍ່ໃຫ້ເກີດຄວາມສຳເລັດ ຈະພົບຫຸ້ນສ່ວນຫລືຄອນເນັກຊັ່ນທີ່ດີ ເຮັດໃຫ້ທຸລະກິດເກີດຄວາມກ້າວໜ້າ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາ ເຖິງອາດຊ້າໄປແດ່ ແຕ່ກໍໄດ້ຕາມທີ່ຕົນເອງນັ້ນຄາດຫວັງເອົາໄວ້ພໍສົມຄວນ
ຄວາມຮັກ ຄວາມສຳພັນໃນຊ່ວງນີ້ດີຂຶ້ນ ຖ້າບໍ່ໃຈຮ້ອນຈົນເກີນໄປ ແລະ ຢ່າຄາດຫວັງວ່າຄົນຮັກຈະເຮັດຕາມທີ່ຕົນເອງປາດຖະຫນາໄດ້ທຸກເລື່ອງ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີດໍາ
ເລກນຳໂຊກ 2
ວັນເສົາ
ການງານ ໃຊ້ຄວາມສະຫລາດໃນການຕໍ່ລອງເຈລະຈາ ຈະເຮັດໃຫ້ຄົນນັບຖື ໃນເລື່ອງຂອງການເຮັດທຸລະກິດ ຄວນເຮັດຕາມສັນຍາສະເໝີ
ການເງິນ ຢູ່ໃນເກນຊົງຕົວ ບໍ່ມີເລື່ອງກັງວົນໃດໆ ແຕ່ລະມັດລະວັງເລື່ອງຂອງການໃຊ້ຈ່າຍກໍຈະດີ
ຄວາມຮັກ ພາບທັງຫມົດນັ້ນກໍຖືວ່າຢູ່ໃນເກນທີ່ດີ ເພາະຕົນເອງນັ້ນມີສະເນ່ ຈຶ່ງມີຄົນເຂົ້າມາສົນໃຈເພີ່ມເຕີມ ແຕ່ທ່ານຍັງຖ້າເບິ່ງຄວາມຊັດເຈນກ່ອນ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີເທົາ
ເລກນຳໂຊກ 6