ຕັອດ ລີນ້າ ກຽມປາກົດກາຍໃນຮູບເງົາ Sci-Fi ເລື່ອງໃໝ່ຂອງລາວ "ບໍ່ມີວັນຈາກ" ຜົນງານກຳກັບຂອງ ແມັດຕີ້ ໂດ

ປີນີ້ຖືວ່າເປັນປີກປີທີ່ໜ້າຕື່ນເຕັ້ນສຳລັບວົງການຮູບເງົາລາວ ເພາະຕອນນີ້ມີຂ່າວອອກມາວ່າ ຕັອດ ລີນ້າ ດາລານາງແບບສາວ ກຳລັງຊຸ້ມຖ່າຍຮູບເງົາເລື່ອງໃໝ່ ເຊິ່ງເປັນຜົນງານຜູ້ກຳກັບສາວສີມືດີຢ່າງ ແມັດຕີ້ ໂດ ເຊິ່ງເຄີຍຝາກຜົນງານໄວ້ຫຼາຍເລື່ອງທີ່ໜ້າຈື່ຈຳ.
ແມັດຕີ້ ໂດ ເຄີຍສ້າງຮູບເງົາຫຼາຍເລື່ອງ ໂດຍສະເພາະທີ່ເປັນເລື່ອງເລິກລັບ ເຊັ່ນ: ຈັນທະລີ (2012) ແລະ ນ້ອງຮັກ (2016) ເຊິ່ງ ຮູບເງົາເລື່ອງນ້ອງຮັກນີ້ເອງ ທີ່ຖືກສະເໜີຊື່ເຂົ້າຊີງລາງວັນຮູບເງົາພາສາຕ່າງປະເທດດີເດັ່ນໃນການປະກາດລາງວັນອອສກາຄັ້ງທີ 90 ໃນປີ 2018.
>> ຮູບເງົາ "ນ້ອງຮັກ" ໄດ້ຖືກຄັດເລືອກເປັນຮູບເງົາລາວເລື່ອງທຳອິດເຂົ້າຊີງລາງວັນອອສກາ ຄັ້ງທີ 90
ແມັດຕີ້ ໂດ ຜູ້ກຳກັບຮູບເງົາ ບໍ່ມີວັນຈາກ / ພາບ: Screen Daily
ສ່ວນຮູບເງົາເລື່ອງໃໝ່ທີ່ກຳລັງດຳເນີນການສ້າງຢູ່ນີ້ ມີຊື່ວ່າ "ບໍ່ມີວັນຈາກ" ຫຼື The Long Walk ເຊິ່ງໄດ້ນາງເອກສາວຄູ່ໃຈ ຕັອດ ລີນ້າ ມາຮ່ວມສະແດງນຳເຊັ່ນເຄີຍ.
ບໍ່ມີວັນຈາກ ເປັນຮູບເງົາແບບ Sci-Fi ເຊິ່ງເຫດການເກີດຂຶ້ນໃນອະນາຄົດ ໃນປີ 2065 ໂດຍຊາຍຄົນໜຶ່ງ (ຮັບບົດໂດຍ ພໍ່ຊຽງຍານ) ທີ່ອາໄສຢູ່ເຂດຂານເມືອງຂອງນະຄອນຫຼວງວຽງຈັນ ໄດ່ພົບກັບສາວລີນ້າ (ຮັບບົດໂດຍ ຕັອດ ລີນ້າ) ທີ່ມາຊອກຫາແມ່ຂອງຕົນເອງ ເຊິ່ງການຊອກຫາແມ່ນີ້ບໍ່ແມ່ນເລື່ອງງ່າຍ ເພາະຊາຍຄົນດັ່ງກ່າວມີເລື່ອງລາວທີ່ປິດບັງໄວ້ທັງເລື່ອງລີ້ລັບ, ຄວາມຊົງຈຳເກົ່າໆ ຈົນເຮັດໃຫ້ກາຍເປັນເລື່ອງລາວທີ່ຕ້ອງລໍຖ້າຕິດຕາມວ່າ ລີນ້າ ຈະພົບແມ່ຂອງລາວບໍ່, ອີງຕາມການໃຫ້ສຳພາດຂອງ ຕັອດ ລີນ້າ ຕໍ່ທີມຂ່າວບັນເທີງ muan.la.
ຕັອດ ລີນ້າ ໃນບົດ ອັນນາ ໃນຮູບເງົາເລື່ອງ ນ້ອງຮັກ ຂອງ ແມັດຕີ້ ໂດ / ພາບ: ນ້ອງຮັກ Dearest Sister
ຮູບເງົາເລື່ອງນີ້ ນອກຈາກ ຕັອດ ລີນ້າ ທີ່ຮັບບົດຍິງສາວທີ່ມາຈາກປີ 2065 ແລ້ວ ຍັງໄດ້ ພໍ່ຊຽງຍານ ຫຼື ຍານ ນະວຸດທິ ຈັນທະລັງສີ ມາຮັບບົດນຳ, ປໍ ສິລັດສາ (ຮັບບົດອະດີດຂອງພໍ່ຊຽງຍານ), ນຸດ - ນຸດນະພາ ສ້ອຍດາລາ (ຮັບບົດຍິງສາວທີ່ຖືກຄາຕະກຳເມື່ອຫຼາຍປີກ່ອນ).
ທັງນີ້ ຍັງບໍ່ທັນມີຂໍ້ມູນວ່າ ຮູບເງົາເລື່ອງດັ່ງກ່າວຈະຖ່າຍທຳແລ້ວ ແລະ ພ້ອມເຂົ້າໂຮງເມື່ອໃດ ແຕ່ຄາດວ່າພາຍໃນປີນີ້ໜ້າຈະໄດ້ຮູ້ຂໍ້ມູນເພີ່ມເຕີມກ່ຽວກັບຮູບເງົາເລື່ອງນີ້ຫຼາຍຊຶ້ນ ເຊິ່ງພວກເຮົາ muan.la ຈະນຳສະເໜີທັນທີທີ່ມີຂໍ້ມູນເພີ່ມເຕີມອີກ.
ຂໍຂອບໃຈ
ພາບ : totlina