Forbes ວາລະສານດັງລະດັບໂລກ ເຜີຍຊື່ຄົນລາວຄົນທຳອິດຕິດໃນລາຍຊື່ 30 Under 30 ປະຈຳປີ 2019

ນັກກີລາ ແລະ ຄູຝຶກກີລາຣັກບີ້ສາວຈາກລາວ "ລາວຄາງ" ຕິດໜຶ່ງໃນ 30 ບຸກຄົນທີ່ໄດ້ຮັບການຍ້ອງຍໍໃຫ້ເປັນບຸກຄົນທີ່ດີເດັ່ນໃນ 30 Under 30 ປະຈຳປີ 2019 ຂອງວາລະສານ Forbes ໂດຍສາວລາວຄົນນີ້ມີລາຍຊື່ຢູ່ໃນໝວດບັນເທີງ ແລະ ກີລາ ຂອງພາກພື້ນເອເຊຍປາຊີຟິກ.
ກ່ອນໜ້ານີ້ ລາວຄາງ ກໍເຄີຍຕິດໜຶ່ງໃນລາຍຊື່ BBC 100 Women ປະຈຳປີ 2018 ເຊິ່ງເປັນການຢັ້ງຢືນເຖິງຄວາມສຳເລັດໃນຖານະນັກກີລາ ແລະ ຄູຝຶກກີລາຣັກບີ້ທີມຊາດລາວ.
>> ສາວລາວຄົນທຳອິດຂອງລາວ ຕິດໃນລາຍຊື່ BBC 100 Women ປະຈຳປີ 2018
ໃນຂະນະທີ່ການເປີດເຜີຍລາຍຊື່ 30 Under 30 ຂອງເອເຊຍໃນໝວດບັນເທີງ ແລະ ກີລານີ້ ໄດ້ມີການຄັດເລືອກຜູ້ທີ່ຖືກສະເໜີຊື່ຈາກ 23 ປະເທດໃນເອເຊຍປາຊີຟິກ ເຊິ່ງມີຜົນງານທີ່ໂດດເດັ່ນໃນການສ້າງນະວັດຕະກຳໃໝ່ດ້ານເຕັກໂນໂລຊີ ແລະ ສະແດງຄວາມສາມາດໃນລະດັບໂລກ ໂດຍການຈັດສິນຂອງຄະນະກຳມະການຂອງວາລະສານ Forbes ທີ່ປະກອບມີທັງຜູ້ລາຍງານຂ່າວ ແລະ ບັນດາກຳມະການລະດັບດີເລີດ.
ທັງນີ້ ລາວຄາງເປັນຄົນລາວຄົນທຳອິດທີ່ມີຊື່ໃນລາຍການດັ່ງກ່າວ ຮ່ວມກັບຄີກີສະຖານ, ຄາຊັກສະຖານ ແລະ ມອງໂກເລຍ.
ພາບ: Lao Khang
ລາວຄາງ ອາຍຸ 27 ເປັນຄູຝຶກກີລາຣັກບີ້ທີມຊາດລາວ ແລະ ນັກກີລາຣັກບີ້ ທີ່ສ້າງຊື່ສຽງໃນລະດັບສາກົນມາແລ້ວຫຼາຍລາຍການ ແລະ ເປັນຍິງເຜົ່າມົ້ງຄົນທຳອິດທີ່ໄດ້ຮັບໃບຢັ້ງຢືນຄູຝຶກສອນກີລາຣັກບີ້ຈາກສະຫະພັນກີລາຣັກບີ້ໂລກ.
ປັດຈຸບັນ ລາວຄາງ ບໍລິຫານຄູເຝິກກີລາຣັກບີ້ກວ່າ 40 ຄົນ ທີ່ຄຸມທີມ 70 ກວ່າທີມ ໃນ 3 ຕົວເມືອງຂອງແຂວງຊຽງຂວາງ ໂດຍຈຳນວນນັກກີລາຣັກບີ້ ແລະ ຄູເຝິກສອນເກີນເຄິ່ງເປັນຜູ້ຍິງ.