ພາຍຸຖະຫຼົ່ມຄ້າຍກອງພັນນ້ອຍ 15 ໄຊສົມບູນ ເສຍຊີວິດ 2 ຄົນ ອ້າຍນ້ອງທະຫານໂພສໄຫວ້ອາໄລ

ໃນຄືນວັນທີ 15 ເມສາ 2019 ໄດ້ເກີດເຫດພາຍຸຖະລົ່ມຄ້າຍທະຫານ ກອງພັນນ້ອຍ 15 ເມືອງອານຸວົງ ແຂວງໄຊສົມບູນ, ເຮັດໃຫ້ຫໍພັກຂອງທະຫານ ຫັກພັງລົງທັບອ້າຍນ້ອງທະຫານທີ່ກໍາລັງນອນພັກຢູ່ ໂດຍມີທະຫານເສຍຊີວິດ 2 ສະຫາຍ ແລະ ມີຜູ້ບາດເຈັບອີກຫຼາຍຄົນ.
ຕໍ່ກັບເຫດການດັ່ງກ່າວ, ກໍ່ມີອ້າຍນ້ອງທະຫານພາຍໃນຄ້າຍ, ອ້ອມຂ້າງ ແລະ ປະຊາຊົນ ໂພສສະແດງຄວາມເສຍໃຈຕໍ່ກັບຜູ້ທີ່ໂຊກຮ້າຍປະສົບໄພໃນຄັ້ງນີ້.
ຂໍຂອບໃຈ
ຂໍ້ມູນ : ນາທີສຸກເສີນ/Minute emergency of Laos