ເບິ່ງດວງລາຍວັນປະຈໍາວັນອາທິດ ທີ 14 ເມສາ 2019 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ຈະເຮັດສິ່ງໃດໃນຊ່ວງນີ້ຈະປະສົບຄວາມສຳເລັດຢ່າງດີ ຈາກຄວາມພະຍາຍາມຂອງຕົນເອງ
ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປ ເປັນລັກສະນະຂອງການໝຸນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້ນັ້ນເອງ
ຄວາມຮັກ ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ເພາະຍັງບໍ່ໄດ້ຮັບຄວາມຊັດເຈນປານໃດໃນເລື່ອງຄວາມຮັກ ແລະຍັງມີຫຼາຍຢ່າງທີ່ຕ້ອງເຮັດໃຫ້ສຳເລັດໂດຍໄວ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີແດງ
ເລກນຳໂຊກ 7
ວັນຈັນ
ການງານ ທຸລະກິດການງານຍັງດຳເນີນໄປຢ່າງດີຂຶ້ນໃນຊ່ວງນີ້ ແຕ່ກໍຈະເມື່ອຍໆ ເບື່ອໆ ແຕ່ທ່ານກໍຈະໃຊ້ຄວາມພະຍາຍາມເພື່ອໄປສູ່ຄວາມສຳເລັດ
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປໃນຊ່ວງນີ້ຢູ່ ມີພາລະທີ່ຈຳເປັນຄ່ອນຂ້າງຫລາຍໃນຊ່ວງນີ້ ຍັງຄວບຄຸມລາຍຈ່າຍໄດ້ບໍ່ດີພໍ
ຄວາມຮັກ ຈະໄດ້ພົບຄົນໃຈຮ້ອນ ເກັ່ງ ມີຄວາມສາມາດ ແຕ່ທ່ານຍັງບໍ່ເລືອກໃຜ ເພາະຍັງບໍ່ມີເວລາປານໃດທີ່ຈະໃສ່ໃຈໃນເລື່ອງເຫຼົ່ານີ້
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີນໍ້າຕາານ
ເລກນຳໂຊກ 8
ວັນອັງຄານ
ການງານ ການຕິດຕໍ່ເຈລະຈາທາງດ້ານການງານຈະໄດ້ຮັບຄວາມຊັດເຈນ ແຕ່ຮູ້ສຶກເມືື່ອຍ ແລະຕ້ອງໃຊ້ຄວາມພະຍາຍາມຫລາຍຂຶ້ນຈຶ່ງຈະເກີດຄວາມສຳເລັດຢ່າງທີ່ຄາດຫວັງ
ການເງິນ ໄດ້ເຂົ້າມາກໍຕ້ອງຈ່າຍອອກໄປຢ່າງວ່ອງໄວໃນຊ່ວງນີ້ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປ
ຄວາມຮັກ ຄວາມສຳພັນທາງດ້ານຄວາມຮັກໂດດເດັ່ນຖ້າຫາກຈະພົບໃຜໃນຊ່ວງນີ້ ຈະເປັນຄົນສະຫລຽວສະຫລາດ ມີຄວາມເປັນຜູ້ນຳ ມີສະເນ່ໃນຕົນເອງ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີເທົາ
ເລກນຳໂຊກ 2
ວັນພຸດ
ການງານ ຈະເຮັດສິ່ງໃດໃນຊ່ວງນີ້ມີແຕ່ຄວາມສຳເລັດ ທຸລະກິດການງານທີ່ກ່ຽວຂ້ອງກັບຄວາມສວຍງາມ ດ້ານການເງິນ ການຕິດຕໍ່ເຈລະຈາຕ່າງໆ ຈະປະສົບຄວາມສຳເລັດໄດ້ດີພໍສົມຄວນແລະບໍ່ຄວນໄວ້ໃຈບໍລິວານໃຫ້ເຮັດຫລາຍເກີນໄປ
ການເງິນ ຊ່ວງນີ້ມີແຕ່ລາຍຈ່າຍ ຊຶ່ງບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ໃຊ້ຄວາມປະຫຢັດຮ່ວມດ້ວຍຈຶ່ງຈະດີ
ຄວາມຮັກ ຜູ້ທີ່ມີຄົນຮັກຢູ່ແລ້ວກໍຈະມີຄວາມສຸກຢູ່ໃນເກນທີ່ດີ ຜູ້ທີ່ຍັງບໍ່ມີໃຜ ມີໂອກາດພົບໃຜບາງຄົົນທີ່ຜູ້ໃຫຍ່ຈະແນະນຳໃຫ້ຮູ້ຈັກໃຜບາງຄົນກໍເປັນໄປໄດ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 3
ວັນພະຫັດ
ການງານ ຈະຕ້ອງພົບອຸປະສັກຕ່າງໆ ທີ່ທ່ານຈະຕ້ອງພົບດ້ວຍຄວາມມຸ້ງມັ່ນ ແລະຄວາມພະຍາຍາມຈະເຮັດໃຫ້ໄດ້ພົບບໍລິວານທີ່ດີ ແລະຈະຄອຍຖ້າຊ່ວຍເຫລືອການງານທ່ານດີຂຶ້ນຢ່າງເປັນໂຊກໄດ້
ການເງິນ ຊ່ວງນີ້ວາງແຜນການໃຊ້ຈ່າຍ ແລະການໃຊ້ເງິນໄດ້ດີ ແລະ ຍັງມີໂຊກດ້ານການເງິນພໍສົມຄວນ
ຄວາມຮັກ ຄວາມສຳພັນຈາກການເປັນໝູ່ເພື່ອນກັນມາກ່ອນ ແລ້ວຕ້ອງການພັດທະນາເປັນຄົນຮັກໃນຊ່ວງນີ້ຄວນລະງັບໄວ້ກ່ອນ ຄວນເບິ່ງກັນໄປອີກໄລຍະໜື່ງແລ້ວຄ່ອຍຕັດສິນໃຈພັດທະນາຄວາມສຳພັນອີກເທື່ອໜຶ່ງ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີເທົາ
ເລກນຳໂຊກ 0
ວັນສຸກ
ການງານ ຈະເຮັດວຽກສິ່ງໃດໃນຊ່ວງນີ້ປະສົບຄວາມສຳເລັດພໍສົມຄວນ ຜູ້ທີ່ມີຕຳແໜ່ງຢູ່ ມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງກໍເປັນໄປໄດ້
ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີ ຄວນລະມັດລະວັງໃນການໃຊ້ເງິນເປັນຢ່າງຫລາຍ
ຄວາມຮັກ ຈະພົບຄົົນທີ່ມີຄວາມສາມາດ ເກັ່ງ ມີຄວາມມຸ້ງມັ່ນ ແລະລາວຈະເປັນທີ່ປຶກສາທີ່ດີໃຫ້ແກ່ທ່ານໄດ້ນັ້ນເອງ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີດໍາ
ເລກນຳໂຊກ 3
ວັນເສົາ
ການງານ ຈະເຮັດສິ່ງໃດໃນຊ່ວງນີ້ຈະພົບຄວາມສຳເລັດຢ່າງທີ່ທ່ານຄາດຫວັງ ການງານເປັນໂຊກດີຂຶ້ນສະເໝີ
ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີ ແຕ່ກໍຈະສາມາດຫາເຂົ້າມາໄດ້ເພິ່ມເຕິມເພີ່ມຂຶ້ນຫຼັງຈາກທີ່ຈ່າຍອອກໄປ
ຄວາມຮັກ ຍັງບໍ່ໄດ້ໃຫ້ຄວາມສຳຄັນໃນເລື່ອງເຫຼົ່ານີ້ ເພາະມີຫຼາຍຢ່າງທີ່ຕ້ອງໄປຈັດການ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 6