ເຈົ້າແຂວງສະຫວັນນະເຂດແຈ້ງການດ່ວນ ຫ້າມເຈົ້າໜ້າທີ່ດ່ານທົ່ວແຂວງເກັບຄ່າທຳນຽມບໍ່ຖືກຕ້ອງຕາມລະບຽບການ

ເຈົ້າແຂວງສະຫວັນນະເຂດອອກແຈ້ງການດ່ວນ ຫ້າມເຈົ້າໜ້າທີ່ດ່ານເຂົ້າ-ອອກເມືອງທົ່ວແຂວງ ເກັບຄ່າທຳນຽມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
ວັນທີ 11 ເມສາ 2019, ເຈົ້າແຂວງສະຫວັນນະເຂດໄດ້ອອກແຈ້ງການເລກທີ 619/ຈຂ.ສຂ ເຖິງ ຫົວໜ້າກອງບັນຊາການ ປກສ ແຂວງ, ຫົວໜ້າຫ້ອງວ່າການແຂວງ ລວມທັງຫົວໜ້າດ່ານສາກົນ ແລະ ດ່ານປະເພນີຕ່າງໆທົ່ວແຂວງ ໃຫ້ຊີ້ນຳເຈົ້າໜ້າທີ່ຕຳຫຼວດປະຈຳດ່ານ ໃຫ້ອຳນວຍຄວາມສະດວກໃນການເຂົ້າ-ອອກເມືອງ ຂອງປະຊາຊົນ ແລະ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃນໄລຍະບຸນປີໃໝ່ລາວ.
ໃຈຄວາມສຳຄັນຂອງແຈ້ງການລະບຸວ່າ ໃຫ້ເຈົ້າໜ້າທີ່ຕຳຫຼວດປະຈຳແຕ່ລະດ່ານ ເອົາໃຈໃສ່ໃນການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆໃນການເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ. ພ້ອມນັ້ນກໍໄດ້ຫ້າມເຈົ້າໜ້າທີ່ສວຍໃຊ້ໜ້າທີ່ຕຳແໜ່ງຖ່ວງດຶງເອກະສານ ແລະ ເກັບຄ່າທຳນຽມ ຫຼື ຄ່າບໍລິການທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
ແຈ້ງການດັ່ງກ່າວມີຂຶ້ນຫຼັງຈາກທີ່ມີຫາງສຽງຈາກປະຊາຊົນ ວ່າເຈົ້າໜ້າທີ່ດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ເອີ້ນເກັບຄ່າທຳນຽມທີ່ບໍ່ຖືກຕ້ອງ ແລະ ເກີນຈິງ ເມື່ອບໍ່ດົນມານີ້.
ພ້ອມນີ້ ແຈ້ງການດັ່ງກ່າວຍັງກຳນົດວ່າ ຖ້າພົບວ່າເຈົ້າໜ້າທີ່ຄົນໃດຫາກຮຽກເກັບເງິນຈາກປະຊາຊົນ-ນັກທ່ອງທ່ຽວຢ່າງບໍ່ຖືກຕ້ອງ ຈະຖືວ່າເປັນການກະທຳຜິດຕໍ່ລະບຽບກົດໝາຍ ແລະ ຈະມີການປະຕິບັດວິໄນຕາມລະບຽບທີ່ວາງອອກ.
ຂໍຂອບໃຈ
ພາບ : Eustaquio Santimano / Flickr