ໂຫວດເລີຍ! ສາວນະຄອນຫຼວງພະບາງຄົນໃດທີ່ທ່ານຄິດວ່າຈະໄດ້ເປັນ "ນາງສັງຂານ" ໃນປີນີ້?

ໃນຄໍ່າຄືນຂອງວັນທີ 12 ເມສາ 2019 ນີ້ ຈະມີພິທີຈັດການປະກວດເພື່ອຊອກຫານາງສັງຂານຫຼວງພະບາງປະຈຳປີ 2019 ເຊິ່ງຜູ້ທີ່ໄດ້ຮັບການຄັດເລືອກຈະໄດ້ຮັບໜ້າທີ່ເປັນນາງ ທຸງສະເທວີ ເພື່ອແຫ່ຂະບວນນຳເອົາສຽນຂອງພະຍາກະບິນລະພົມໄປຫົດສົງໃນບຸນປີໃໝ່ລາວ ຕາມປະເພນີທີ່ປະຕິບັດສືບຕໍ່ກັນມາແຕ່ດົນນານ.
ໂດຍໃນປີນີ້ມີສາວງາມຮ່ວມປະກວດເຖິງ 30 ຄົນ. ເຮົາມາສຳຫຼວດກັນເບິ່ງວ່າ ຜູ້ອ່ານ muan.la ຄິດວ່າສາວຄົນໃດທີ່ຈະໄດ້ຄຳແໜ່ງ ນາງສັງຂານ ໃນປີນີ້ໄປຄອງ?
ຂໍຂອບໃຈ
ພາບ : Hongkham Jindarvanh