ເຊີນຊົມຜົນງານຊັບສິນທາງປັນຍາ ຂອງລາວ-ສາກົນ ທີ່ນະຄອນປາກເຊ

ພິທີຖະແຫຼງຂ່າວ ງານມະຫາກຳຊັບສິນທາງປັນຍາ 2019 ແລະ ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 26 ເມສາ ຈັດຂຶ້ນໃນວັນທີ 5 ເມສາ 2019 ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ກຽດຖະແຫຼງຂ່າວໂດຍທ່ານ ຫຸມພັນ ອິນທະລາດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈໍາປາສັກ ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ງານມະຫາກຳຊັບສິນທາງປັນຍາ ຄັ້ງທີ່ 5 2019 ເຊີ່ງຈະເລີ້ມແຕ່ວັນທີ 24-28 ເມສາ 2019 ຢູ່ທີ່ຕະຫຼາດສູນການຄ້າ ນະຄອນປາກເຊ ແຂວງຈຳປາສັກ ພາຍໃຕ້ຄຳຂວັນ “ເສີມສ້າງຊັບສີນທາງປັນຍາ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແບບຍືນຍົງ” ແລະ ຈະຈັດພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກຄົບຮອບ 19 ປີ ຂຶ້ນໃນວັນທີ 26 ເມສາ 2019 ພາຍໃຕ້ຄຳຂວັນວ່າ “ຊັບສິນທາງປັນຍາ ແລະ ກິລາ: “ກ້າວຂຶ້ນສູ່ຫຼຽນຄຳ” (Reach for Gold: IP and Sports) ໃນງານດັ່ງກ່າວຈະໄດ້ເຊື້ອເຊີນບັນດາ ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ ສະຖານ ທູດ ອົງການຈັດຕັ້ງສາກົນ ປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆເຂົ້າຮ່ວມ (ມີ 162 ບູດ ຈາກ ລາວ ໄທ ຫວຽດນາມ ອີນໂດເນເຊຍ).
ງານມະຫາກຳດັ່ງກ່າວ ຈະມີການວາງສະແດງຜົນງານຊັບສິນທາງປັນຍາຂອງລາວ ແລະ ສາກົນ ພ້ອມດຽວກັນນັ້ນ ຍັງຈະມີການຈັດຫຼາຍກິດຈະກຳເປັນຕົ້ນ ການໂຄສະນາເຜີຍແຜ່ຄວາມຮູ້ທາງດ້ານຊັບສິນທາງປັນຍາ ເພື່ອສ້າງຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານຊັບສິນທາງປັນຍາຕໍ່ການພັດທະນາເສດຖະກິດສັງຄົມແລະວັດທະນະທໍາ ແບບຍືນຍົງຂອງປະເທດເຮົາ ເຮັດໃຫ້ສາທາລະນະຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບການຄຸ້ມຄອງແລະການປົກປ້ອງຊັບສິນທາງປັນຍາ ຂອງບັນດານັກຄົ້ນຄວ້າ ນັກວິທະຍາສາດ ນັກປະດິດສ້າງ ນັກປະດິດຄິດແຕ່ງ ແລະ ຜູ້ທີ່ເປັນເຈົ້າຂອງຊັບສິນທາງປັນຍາອື່ນໆ.
ນອກຈາກເຈົ້າຂອງຜົນງານ ຜຸ້ປະກອບການ ນຳເອົາຜະລິດຕະພັນຜົນງານທາງດ້ານຊັບສິນທາງປັນຍາປັນຍາ ແລະ ພູມປັນຍາພື້ນບ້ານອັນເປັນມູນເຊື້ອຂອງຕົນເຂົ້າຮ່ວມວາງສະແດງໃນງານຄັ້ງນີ້ແລ້ວ ຜູ້ເຂົ້າຮ່ວມທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ມີໂອກາດພົບປະ ແລກປ່ຽນບົດຮຽນປະສົບປະການ ເຊິ່ງກັນ ແລະ ກັນ ແລະ ສາມາດຈັບຄູ່ຮ່ວມທຸລະກິດນຳກັນ.
ໃນລະຫວ່າງວັນທີ 24 ເມສາ ເຖິງວັນທີ 28 ເມສາ 2019 ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ແລະ ສະຖາບັນການສຶກສາຈະໄດ້ຈັດກອງປະຊຸມສໍາມະນາ ແລະ ໃຫ້ຄໍາປຶກສາ ສົນທະນາແລກປ່ຽນກ່ຽວກັບວຽກງານຊັບສິນທາງປັນຍາ ເຊິ່ງຈະໄດ້ແນະນໍາ ແລະ ບໍລິການ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກໍາ ພັນພືດໃໝ່ ແລະ ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃນງານ ກົມຊັບສິນທາງປັນຍາຍັງຈະໄດ້ໃຫ້ບໍລິການຮັບຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ ແລະ ຄໍາຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃນທຸກໆວັນ ຕະຫຼອດການຈັດງານ.
ໃນໄລຍະການຈັດງານມະຫາກຳຊັບສິນທາງປັນຍາ ທີ່ຈະຈັດຂຶ້ນໃນປີນີ້ ແມ່ນຈະຈັດຢູ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງຈາກແຂວງດັ່ງກ່າວ ກໍເປັນແຂວງໜຶ່ງທີ່ຢູ່ໃນເປົ້າໝາຍທີ່ອີງຕາມແຜນແມ່ບົດຂອງລັດຖະບານ ໃນການສ້າງຄວາມເຂັ້ມແຂງທາງດ້ານວຽກງານຊັບສິນທາງປັນຍາ ເພື່ອປົກປ້ອງພູມປັນຍາໃນການປະດິດສ້າງ ແລະ ປະດິດຄິດແຕ່ງ ແລະ ເພື່ອປົກປ້ອງຜົນປະໂຫຍດໃນການສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດ ພ້ອມນັ້ນ ໃນແຂວງດັ່ງກ່າວ ກໍມີຄວາມພ້ອມໃນການຍື່ນຂໍຈົດທະບຽນຖິ່ນກຳເກີດ ທີ່ເປັນຜະລິດຕະພັນຂອງທ້ອງຖິ່ນ ຄືກາເຟບໍລິເວນ ແລະ ຊາປາກຊ່ອງ ພ້ອມກັນນັ້ນ ກໍຈະມີການຮັບຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດ ເຫຼົ້າແຊັມເປນ ເຊິ່ງເປັນຜະລິດຕະພັນ ທີ່ຈະຍື່ນຂໍ ຕໍ່ຈາກ ຖິ່ນກຳເນີດເຂົ້າໄກ່ນ້ອຍ ຂອງແຂວງ ຫົວພັນ ແລະ ຊຽງຂວາງ ທີ່ໄດ້ຮັບການຈົດທະບຽນມາແລ້ວ ໃນປີ 2018.