ເຈົ້າໜ້າທີ່ກວດພົບ 8 ຮ້ານຂາຍແປ້ງນົວປອມ ໃນ 3 ຕະຫຼາດ ແຂວງຈຳປາສັກ

ຈຳປາສັກ ແມ່ນອີກແຂວງໜຶ່ງທີ່ມີຄວາມເອົາໃຈໃສ່ເຂັ້ມງວດຕິດຕາມກວດກາຄຸນນະພາບສິນຄ້າຕາມທ້ອງຕະຫຼາດທັງນີ້ກໍເພື່ອປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກໂດຍບໍ່ດົນມານີ້ເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງກວດກາສິນຄ້າ 85 ຮ້ານ ຢູ່ 3 ຕະຫຼາດພົບເຫັນ 8 ຮ້ານຂາຍແປ້ງນົວກາຈອງປອມ. ທັງນີ້ໄດ້ຢຶດແປ້ງນົວດັ່ງກ່າວເພື່ອດຳເນີນຕາມລະບຽບກົດໝາຍ.
ເມື່ອບໍ່ດົນມານີ້ ແຂວງຈຳປາສັກໄດ້ຈັດກອງປະຊຸມປຶກສາຫາລືຮ່ວມຂອງຄະນະກໍາມະການຊຸກຍູ້ຄຸ້ມຄອງວຽກງານຊັບສິນທາງປັນຍາຂອງແຂວງຂຶ້ນ ທີ່ຫ້ອງປະຊຸມຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງຈຳປາສັກໂດຍເປັນປະທານຂອງ ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າ ພວຕແຂວງທັງເປັນຜູ້ຊີ້ນຳວຽກງານຊັບສິນທາງປັນຍາ ແລະ ມີອະນຸກຳມະການອ້ອມຂ້າງແຂວງຈາກພະແນກການຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ ມີພະແນກວິທະຍາສາດ ແລະ ເຕັກໂນໂລຊີ, ພະແນກຍຸຕິທຳແຂວງ, ພະແນກອຸດສະຫະກຳ ແລະ ການຄ້າແຂວງ, ພະແນກສາທາລະນະສຸກແຂວງ, ເຈົ້າໜ້າທີ່ ປກສ ແຂວງ, ເຈົ້າໜ້າທີ່ກອງກວດກາພາສີ ພ້ອມທັງຕົວແທນຈາກບໍລິສັດພູວຽງເຂົ້າຮ່ວມເພື່ອຄົ້ນຄວ້າປຶກສາຫາລືໃນການຈັດຕັ້ງປະຕິບັດລົງສະກັດກັ້ນສິນຄ້າ ປອມແປງ ຫຼື ລອກຮຽນແບບຈາກເຈົ້າຂອງເດີມທີ່ໄດ້ຮັບການຢັ້ງຢືນຈາກ ສປປ ລາວ ຢ່າງຖືກຕ້ອງຕາມລະບຽບກົດໝາຍ.
ຈາກນັ້ນຕ່າງໜ້າທີ່ປຶກສາບໍລິສັດພູວຽງກໍ່ໄດ້ຂຶ້ນອະທິບາຍຄວາມແຕກຕ່າງລະຫວ່າງສິນຄ້າທີ່ປອມແປງກັບຂອງແທ້ໃຫ້ບັນດາທ່ານອະນຸກຳມະການຮັບຊາບ ພ້ອມທັງສະເໜີຂໍ້ມູນຈຸດເປົ້າໝາຍທີ່ຈະລົງເຮັດວຽກໃນຄັ້ງນີ້. ຊຶ່ງອະນຸກຳມະການໄດ້ສົມທົບກັບອຳນາດການປົກຄອງເມືອງໂຂງເພື່ອລົງຕິດຕາມ ໂດຍປະຕິບັດຕາມການແຈ້ງການຂອງກົມຊັບສິນທາງປັນຍາ ລົງຕິດຕາມກວດກາຢູ່ຕາມຮ້ານຄ້າຂາຍຍ່ອຍ ແລະ ຂາຍຍົກໃນຕົວເມືອງໂຂງຕາມທ້ອງຕະຫຼາດຄື: ຕະຫຼາດບ້ານເມືອງແສນ, ຕະຫຼາດຂີ້ນາກ ແລະ ຕະຫຼາດນາກະສັງ ໄດ້ລົງກວດກາທັງໝົດ 85 ຮ້ານ ພົບເຫັນສິນຄ້າຮຽນແບບເຄື່ອງໝາຍການຄ້າແປ້ງນົວກາຈອງຈຳນວນ 8 ຮ້ານ ໄດ້ຢຶດສິນຄ້າທັງໝົດ 176 ຖົງ. ໃນນັ້ນຂະໜາດບັນຈຸ 100 ກຣາມ 7 ຖົງ, ຂະໜາດບັນຈຸ 500 ກຣາມ ຈຳນວນ 3 ຖົງ, ຂະໜາດບັນ ຈຸ 250 ກຣາມ ຈຳນວນ 149 ຖົງ. ສ່ວນຕະຫຼາດໃໝ່ນະຄອນປາກເຊ ແລະ ຕະຫຼາດຫຼັກ 8 ເມືອງບາຈຽງແມນບໍ່ພົບເຫັນ. ສ່ວນຈຳນວນສິນຄ້າດັ່ງກ່າວແມ່ນໄດ້ຢຶດມາຮັກສາໄວ້ທີ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຈຳປາສັກ ເພື່ອລໍຖ້າການຄົ້ນຄວ້າພິຈາລະນາຕາມຂັ້ນຕອນລະບຽບການ. ທັງໝົດນີ້ກໍ່ເພື່ອເຮັດໃຫ້ບັນຍາກາດໃນການແລກປ່ຽນຊື້ຂາຍຢູ່ໃນທ້ອງຕະຫຼາດ ແລະ ເຂົ້າສູ່ລະບົບລະບຽບຈົບງາມຂຶ້ນເທື່ອລະກ້າວ ແລະ ສ້າງໃຫ້ມີຄວາມຍຸຕິທຳໃນທົ່ວສັງຄົມ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມ ຈຳປາໃໝ່