ສະພາປະຊາຊົນນະຄອນຫຼວງ ຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເມືອງນາຊາຍທອງ

ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ນຳໂດຍທ່ານ ຈັນທອນ ລັດຖະຈັກ ປະທານຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ ສປ ນວ ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 3 ເດືອນ ຄາດຄະເນ 6 ເດືອນຕົ້ນປີ 2019 ຢູ່ເມືອງນາຊາຍທອງວັນທີ 2 ເມສາ 2019 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ພູວອນ ພົງລາດແກ້ວ ຫົວໜ້າຫ້ອງວ່າການເມືອງນາຊາຍທອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ການລົງຢ້ຽມຢາມຄັ້ງນີ້ ໄດ້ຢ້ຽມຢາມຫ້ອງການສະຫະກອນຜູ້ຜະລິດກະສິກຳນຳເຂົ້າ-ສົ່ງອອກ ເມືອງນາຊາຍທອງ ເຊິ່ງທ່ານ ເກົ້າຢວນ ແຊ່ພານ ຮອງປະທານສະຫະກອນຜູ້ຜະລິດກະສິກຳນຳເຂົ້າ-ສົ່ງອອກເມືອງນາຊາຍທອງ ວ່າ: ເລີ່ມແຕ່ປີ 2009 ຢູ່ເມືອງນາຊາຍທອງ ໄດ້ມີການລ້ຽງໄກ່ໄຂ່ແບບເປັນຟາມປະສົມປະສານກັບການລ້ຽງປາ 12 ຄອບຄົວ. ມາຮອດປີ 2015 ຈຶ່ງໄດ້ຈັດຕັ້ງກຸ່ມລ້ຽງໄກ່ໄຂ່ ແລະ ລ້ຽງປາຂຶ້ນ ເພື່ອເຮັດໃຫ້ທຸລະກິດລວມໝູ່ ມີກຳລັງແຮງສັງລວມ, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ມາຮອດທ້າຍປີ 2016 ໄດ້ຮັບການອະນຸຍາດສ້າງຕັ້ງສະຫະກອນ ແລະ ໄດ້ຂໍຂຶ້ນທະບຽນວິສາຫະກິດ ພ້ອມທັງຂໍອະນຸຍາດດຳເນີນທຸລະກິດກະສິກຳ ແລະ ປ່າໄມ້ ໂດຍປະກອບມີກິດຈະກຳລ້ຽງໄກ່ໄຂ່ ແລະ ສະໜອງແນວພັນໄກ່ໄຂ່, ລ້ຽງປາ, ສະໜອງແນວພັນປາ, ປູກພືດຜັກປອດສານພິດ (ຍັງບໍ່ທັນໄດ້ດຳເນີນການ), ນຳເຂົ້າ-ສົ່ງອອກຜະລິດຕະພັນກະສິກຳ. ປີ 2018 ສະຫະກອນມີສະມາຊິກ 30 ຄອບຄົວ ມີໄກ່ໄຂ່ 226,424 ໂຕ ໜອງປາ 78 ໜອງ ປ່ອຍປາ 4.8 ລ້ານໂຕ ທຽບໃສ່ໃນປີຜ່ານມາການຜະລິດຫຼຸດລົງ ຍ້ອນໄຂ່ອັ່ງ ເຮັດໃຫ້ປະລິມານການສະໜອງໄຂ່ເກີນຄວາມຕ້ອງການ, ລາຄາໄຂ່ໜ້າຟາມຕົກຕໍ່າບໍ່ສົມດຸນກັບລາຄາອາຫານສັດ ເຮັດໃຫ້ຜູ້ມີຕົ້ນທຶນໜ້ອຍ, ຂາດທຶນ, ຢຸດເຊົາກິດຈະການ ແລະ ເກີດມີໜີ້ສິນຄຸມເຄືອ.
ທ່ານ ເກົ້າຢວນ ແຊ່ພານ ໄດ້ສະເໜີຂໍເຝິກອົບຮົມດ້ານການຄຸ້ມຄອງບໍລິຫານສະຫະກອນ, ດ້ານເຕັກນິກວິຊາການ, ການເກັບຮັກສາ, ການແປຮູບຜະລິດຕະພັນ, ການດຳເນີນເອກະສານໃນການຂໍນຳເຂົ້າ-ສົ່ງອອກຜະລິດຕະພັນກະສິກຳ ສະເໜີໃຫ້ພາກລັດປັບປຸງກົນໄກການຄຸ້ມຄອງລາຄາຜະລິດຕະພັນກະສິກຳໜ້າຟາມ, ຄຸ້ມຄອງ, ດຸ່ນດ່ຽງ ແລະ ດັດສົມການຜະລິດ ເພື່ອໃຫ້ມີການສະໜອງຜົນຜະລິດສົມດູນກັບຄວາມຕ້ອງການ. ຕີລາຄາຄືນການລົງທຶນຂອງຊາວຕ່າງປະເທດໃນການຜະລິດ ແລະ ສົ່ງເສີມການຜະລິດ ທີ່ຕິດພັນກັບການຜະລິດກະສິກຳ ເຊິ່ງເປັນອາຊີບຕົ້ນຕໍຂອງກະສິກອນລາວ ແລະ ຊາວຕ່າງປະເທດ ທີ່ອາໄສຊື່ຄົນລາວເຮັດການຜະລິດ ຂໍໃຫ້ຍົກເວັ້ນອາກອນນຳເຂົ້າ ເຊັ່ນ: ອາຫານ ແລະ ຢາ ສະເໜີຂໍກູ້ຢືມທຶນດອກເບ້ຍຕໍ່າໄລຍະຍາວ ເພື່ອສົ່ງເສີມການຜະລິດພາຍໃນສະຫະກອນ ແລະ ສະເໜີໃຫ້ພາກລັດນຳພາສ້າງແຜນການຜະລິດແນວພັນ, ຝຸ່ນຊີວະພາບ, ແລະ ອຸປະກອນສົ່ງເສີມການຜະລິດພາຍໃນ ເພື່ອຄວບຄຸມການເໜັງຕີງຂອງຕົ້ນທຶນການຜະລິດໃຫ້ມີຄວາມໝັ້ນທ່ຽງ.
ພາຍຫຼັງຮັບຟັງການລາຍງານ ແລະ ຂໍ້ສະເໜີດັ່ງກ່າວ ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສປ ນວ ແລະ ຂະແໜງການກ່ຽວຂ້ອງ ໄດ້ຜັດປ່ຽນກັນມີຄຳເຫັນ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແນໃສ່ແກ້ໄຂຂໍ້ທີ່ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຂອງການຜະລິດ ເປັນຕົ້ນ ດ້ານລາຄາ ແລະ ຕະຫຼາດຈຳໜ່າຍຜົນຜະລິດ ເພື່ອເຮັດໃຫ້ສະຫະກອນມີການຜະລິດທີ່ຍືນຍົງ. ຈາກນັ້ນ ກໍໄດ້ລົງຢ້ຽມຊົມວິທີການລ້ຽງໄກ່ໄຂ່ຂອງທ່ານ ຊູຮິນ ແຊ່ພານ ບ້ານນາທ່ອນ ເນື້ອທີ່ 3 ເຮັກຕາ ມີຟາມໄກ່ໄຂ່ 4 ຫຼັງ ໄກ່ທັງໝົດ 7,000 ໂຕ ຜະລິດໄຂ່ໄກ່ໄດ້ 5,000-8,000 ໜ່ວຍຕໍ່ວັນ. ນອກນີ້ ຍັງໄດ້ໄປຢ້ຽມຢາມໂຮງງານປລາສຕິກຍົມມະນີ ບໍລິສັດ ຍົມມະນີຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ. ໃນນີ້ ໄດ້ຕິດຕາມກວດເບິ່ງຂັ້ນຕອນການຜະລິດ ການຈັດເກັບນໍ້າສານເຄມີ, ການບຳບັດນໍ້າເປື້ອນ ແລະ ລະບົບອື່ນໆ ແນໃສ່ເຮັດໃຫ້ຂັ້ນຕອນການຜະລິດຖືກຕ້ອງຕາມຫຼັກການ ແລະ ຮັກສາໄດ້ສິ່ງແວດລ້ອມທີ່ດີ.