ສາລະວັນຄອງເຈົ້າຫຼຽນຄຳ ກີລາເປຕັງທົ່ວປະເທດ ຊີງຂັນປະທານສະພາ ຄັ້ງທີ 9

ທັບນັກໂຍນລູກເຫຼັກແຂວງສາລະວັນ ແຈ້ງເກີດໃນວົງການກີລາເປຕັງລາວ ຫຼັງສ້າງຜົນງານດີເດັ່ນກວາດມາໄດ້ 4 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 12 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກີລາເປຕັງ ທົ່ວປະເທດ ຊີງຂັນປະທານສະພາແຫ່ງຊາດ ຄັ້ງທີ 9 ປະຈຳປີ 2019 ເພື່ອເປັນການຄັດເລືອກທີມຊາດ ກຽມຮ່ວມງານມະຫາກຳກີລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້.
ຕາມການລາຍງານຂອງ ນາງ ຈັນສະໝອນ ວົງສະຫວັດ ນັກກີລາເປຕັງທີມຊາດລາວ ທັງເປັນຄະນະຮັບຜິດຊອບຈັດການແຂ່ງຂັນໃນຄັ້ງນີ້ ວ່າ: ລະຫວ່າງວັນທີ 28-30 ມີນາ ຜ່ານມາ ທີ່ສະໜາມກີລາເປຕັງ ວິທະຍາໄລຄູສາລະວັນ ແຂວງສາລະວັນ, ສະຫະພັນເປຕັງແຂວງ ສົມທົບກັບ ພະແນກສຶກສາທິການ ແລະ ກີລາແຂວງສາລະວັນ ຈັດການແຂ່ງຂັນກີລາເປຕັງ ທົ່ວປະເທດ ຊີງຂັນປະທານສະພາແຫ່ງຊາດ ຄັ້ງທີ 9 ປະຈຳປີ 2019, ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ປອ. ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ແລະ ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງການ ແລະ ບັນດາຄະນະນຳ, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວແຂວງສາລະວັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ນາງ ຈັນສະໝອນ ວົງສະຫວັດ ກ່າວອີກວ່າ: ການແຂ່ງຂັນຄັ້ງນີ້ ມີນັກກີລາຈາກ 10 ພາກສ່ວນ ປະກອບມີ: ທະນາຄານລາວ-ຫວຽດນາມ, ແຂວງບໍ່ແກ້ວ, ສະຫວັນນະເຂດ, ຄຳມ່ວນ, ໄຊສົມບູນ, ຫຼວງພະບາງ, ຈຳປາສັກ, ຊຽງຂວາງ, ນະຄອນຫຼວງວຽງຈັນ ແລະ ແຂວງສາລະວັນ ເຈົ້າພາບ. ໃນນີ້, ສະເພາະແຂວງສາລະວັນ ສົ່ງນັກກີລາເຂົ້າຮ່ວມຊີງໄຊທັງໝົດ 20 ຄົນ, ຍິງ 10 ຄົນ ຊຸດກຽມລ່າຫຼຽນຄຳ ງານມະຫາກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໂດຍລາຍການນີ້ ມີການຊີງໄຊກັນທັງໝົດ 7 ລາຍການ ປະກອບມີ: ປະເພດດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ທີມຊຸດຍິງ-ຊາຍ ແລະ ຄູ່ອາວຸໂສ ຮຸ່ນອາຍຸ 50 ປີຂຶ້ນໄປ.
ຜ່ານການແຂ່ງຂັນໃນໄລຍະ 3 ວັນດັ່ງກ່າວ ຜົນປາກົດວ່າ: ທັບນັກໂຍນລູກເຫຼັກ ແຂວງສາລະວັນ ເຈົ້າພາບ ສາມາດແຈ້ງເກີດໃນວົງການກີລາເປຕັງລາວ ຫຼັງສ້າງຜົນງານດີເດັ່ນກວາດມາໄດ້ 4 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 12 ຫຼຽນ ຄອງເຈົ້າຫຼຽນຄຳໄປຄອງ, ອັນດັບ 2 ແຂວງບໍ່ແກ້ວ ຍາດໄດ້ 1 ຫຼຽນຄຳ ແລະ 1 ຫຼຽນເງິນ ລວມ 2 ຫຼຽນ, ອັນດັບ 3 ຮ່ວມຕົກເປັນຂອງ ແຂວງສະຫວັນນະເຂດ ແລະ ທະນາຄານລາວ-ຫວຽດນາມ ຍາດໄດ້ 1 ຫຼຽນຄຳ ແລະ 1 ຫຼຽນທອງ ລວມພາກສ່ວນລະ 2 ຫຼຽນ, ອັນດັບ 4 ແຂວງຄຳມ່ວນ ຍາດໄດ້ 1 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 4 ຫຼຽນ.
ຂໍຂອບໃຈ
ຂໍ້ມູນ : ສຶກສາ-ກີລາ