ຈີນສ້າງ ໂຊລາຟາມລອຍນໍ້າ ທຽບເທົ່າເດີ່ນເຕະບານ 121 ເດີ່ນ ທົດແທນຖ່ານຫິນໄດ້ 16,000 ໂຕນ

ໂຊລາຟາມ (Solar Farm) ຫຼື ຟາມຜະລິດພະລັງງານໄຟຟ້າຈາກແສງຕາເວັນ ລອຍນໍ້າຂະໜາດໃຫຍ່ທີ່ສຸດໃນໂລກ ສາມາດຜະລິດພະລັງງານໄຟຟ້າທົດແທນຖ່ານຫິນໄດ້ 16,000 ໂຕນ, ຂະໜາດເທົ່າເດີ່ນເຕະບານ 121 ເດີ່ນ ຢູ່ທີ່ແຂວງອັນຮຸຍ ປະເທດຈີນ.
ສຳນັກຂ່າວຊິນຫົວ ໄດ້ພາໄປຊົມໂຊລາຟາມລອຍນໍ້າ ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ຢູ່ທີ່ເມືອງຫວຍໜານ, ແຂວງອັນຮຸຍ ມີຂະໜາດທຽບເທົ່າເດີ່ນເຕະບານຂະໜາດມາດຕະຖານ 121 ເດີ່ນ, ຕິດຕັ້ງແຜງໂຊລາທັງໝົດ 165,000 ແຜງ, ກວມເອົາພື້ນທີ່ໜ້ານໍ້າທະເລສາບ 86 ເຮັກຕາ.
ການສ້າງໂຊລາຟາມລອຍນໍ້າ ຊ່ວຍປະຢັດຊັບພະຍາກອນທີ່ດິນ ແລະ ຫຼຸດຜ່ອນການໃຊ້ຖ່ານຫິນໄດ້ຫຼາຍເຖິງປີລະ 16,400 ໂຕນ ເມື່ອທຽບກັບການຜະລິດໄຟຟ້າດ້ວຍການໃຊ້ຖ່ານຫິນ ສົ່ງຜົນໃຫ້ສາມາດຫຼຸດປະລິມານການປ່ອຍຊັລເຟີໄດອອກໄຊໄດ້ 1,230 ໂຕນ ແລະ ຫຼຸດປະລິມານການປ່ອຍຄາບອນໄດອອກໄຊໄດ້ 49,000 ໂຕນ.
ທັງນີ້, ລະຫວ່າງປີ 2016-2020 ປະເທດຈີນມີໂຄງການລົງທຶນທາງດ້ານພະລັງງານທີ່ນຳກັບມາໃຊ້ໃໝ່ໄດ້ເຖິງ 3.68 ແສນລ້ານໂດລາສະຫະລັດ. ສົ່ງຜົນໃຫ້ເກີດການຈ້າງວຽກໄດ້ 13 ລ້ານຕຳແໜ່ງ.
ພາຍໃນປີ 2030 ຈີນມີເປົ້າໝາຍທີ່ຈະຫຼຸດຜ່ອນການປ່ອຍກ໊າສຄາບອນຕໍ່ຫົວໜ່ວຍຈີດີພີໃຫ້ໄດ້ 60-65% ຈາກລະດັບທີ່ວັດແທກໄດ້ເມື່ອປີ 2005.
ຂໍຂອບໃຈ
ຂໍ້ມູນ : China Xinhua News