ບານບ້ວງ ຫຼວງພະບາງ ຄວ້າທີ 3 ພ້ອມເງິນ 100 ລ້ານກີບ ລາຍການຊີງແຊ້ມສະໂມສອນອາຊຽນທີ່ປະເທດໄທ

ອີງຕາມຂໍ້ມູນຈາກເວັບໄຊຂອງສະຫະພັນບານບ້ວງແຫ່ງປະເທດໄທ ແຈ້ງໃຫ້ຮູ້ວ່າ: ເມື່ອວັນທີ 25 ມີນາ ຜ່ານມາ ໄດ້ມີພິທີປິດການແຂ່ງຂັນບານບ້ວງ ໄທແລນ ຊຸບເປີລີກ ຊີງແຊ້ມສະໂມສອນ ອາຊຽນ 2019 ຫຼື ລາຍການ ທີບີເອັດເອວ 2019 (TBSL 2019 ) ຢ່າງເປັນທາງການ, ຊຶ່ງໃນພິທີຍັງມີການແຂ່ງຂັນນັດຊີງຊະນະເລີດ ລະຫວ່າງ ທີມສະໂມສອນ Hi Tech ຈາກປະເທດໄທ ພົບກັບ ສະໂມສອນ Kabayan ຈາກຟິລິບປິນ ຜົນປາກົດວ່າ: ສະໂມສອນ Hi Tech ເຈົ້າຖິ່ນ ບໍ່ເຮັດໃຫ້ແຟນຜິດຫວັງ ໄລ່ເອົາຊະນະ Kabayan ໃນ 4 ຄວໍເຕີ (quarter) ໄປແບບຂາດຮອຍ 103-81 ຄະແນນ ຄວ້າແຊ້ມລາຍການນີ້ ເປັນສະໄໝທີ 2 ຕິດຕໍ່ກັນ, ພ້ອມທັງໄດ້ຮັບເງິນລາງວັນ 1 ລ້ານບາດ ຫຼື ປະມານ 200 ລ້ານກວ່າກີບ ແລະ ທີມ Kabayan ໄດ້ຮັບລາງວັນເງິນສົດ 5 ແສນບາດ ຫຼື ປະມານ 130 ລ້ານກວ່າກີບ.
ສ່ວນຜົນງານຂອງສະໂມສອນຫຼວງພະບາງ ໜຶ່ງດຽວຈາກລາວ ແມ່ນສາມາດສ້າງຜົນງານໄດ້ດີເປັນຄັ້ງປະຫວັດສາດ ຜ່ານເຂົ້າໄປເຖິງຮອບ 4 ທີມສຸດທ້າຍ ແຕ່ໜ້າເສຍດາຍ ໄປເສຍໃຫ້ທີມ Hi Tech ໃນ 4 ຄວໍເຕີ, ເປັນ Hi Tech ທີ່ເອົາຊະນະໄປ 101-74 ເຮັດໃຫ້ທີມຫຼວງພະບາງ ໄດ້ໄປຊີງອັນດັບ 3 ກັບທີມການໄຟຟ້າສ່ວນພູມມິພາກ (ໄທ) ແລະ ຕະຫຼອດໄລຍະເກມການແຂ່ງຂັນ 4 ຄວໍເຕີ ທັງສອງທີມຫຼິ້ນໄດ້ສູສີກັນ ພັດປ່ຽນກັນຊູດບານເຂົ້າບ້ວງໄລ່ເກັບຄະແນນຂຶ້ນນຳ ແຕ່ສຸດທ້າຍພາຍຫຼັງຈົບການແຂ່ງຂັນກໍເປັນທີມຫຼວງພະບາງ ສາມາດເອົາຊະນະໄປໄດ້ແບບຫວຸດຫວິດ 81-78 ຄະແນນ ຄວ້າອັນດັບທີ 3 ໄປຄອງ ພ້ອມຮັບເງີນລາງວັນ 400,000 ບາດ ຫຼື ປະມານ 100 ລ້ານກວ່າກີບ ແລະ ທີມການໄຟຟ້າສ່ວນພູມິພາກ ໄດ້ຮັບເງິນລາງວັນ 3 ແສນບາດ ຫຼື ປະມານ 80 ລ້ານກວ່າກີບ.
ນອກຈາກນັ້ນ, ນັກກິລາບານບ້ວງລາວ ຄື ທ້າວ ບອບບີ້ ສີວັນທອງ ເຊື້ອຊາດລາວ ຊາວສະຫະລັດອາເມຣິກາ ທີ່ລົງທຶນເດີນທາງມາຈາກປະເທດສະຫະລັດອາເມຣິກາເພື່ອມາຊ່ວຍທີມ ຍັງສາມາດຄວ້າລາງວັນຜູ້ຫຼິ້ນການຈ່າຍບານດີເດັ່ນອີກດ້ວຍ.
ການແຂ່ງຂັນລາຍການນີ້, ເປັນລາຍການທີ່ໃຫຍ່ໃນຂົງເຂດອາຊຽນ ຊີງເງິນລາງວັນລວມ 2 ລ້ານກວ່າບາດ ຫຼື ປະມານ 500 ລ້ານກວ່າກີບ, ໂດຍມີ 8 ທີມເຂົ້າຮ່ວມແຂ່ງຂັນ ຄື: ສະໂມສອນຕົວແທນຈາກປະເທດໄທ ເຂົ້າຮ່ວມ 3 ທີມ, ປະກອບມີ: ທີມ Hi Tech ແຊ້ມເກົ່າ (ໄທ), ສະໂມສອນ ການໄຟຟ້າສ່ວນພູມິພາກ (ໄທ), ສະໂມສອນ ສະວູ ມະຫາວິທະຍາໄລ ສີນະຄະລິນວິໂລດ (ໄທ). ສ່ວນອີກ 5 ທີມ ມີ ສະໂມສອນ Adroit ຈາກປະເທດສິງກະໂປ, ສະໂມສອນ Matrix ຈາກປະເທດມາເລເຊຍ, ສະໂມສອນ Philippines ຈາກປະເທດຟີລິບປີນ, ສະໂມສອນ Kabayan (ຟີລິບປິນ) ແລະ ສະໂມສອນ ຫຼວງພະບາງ ໜຶ່ງດຽວຈາກ ສປປ ລາວ. ສຳລັບທີມນັກກີລາສະໂມສອນ ຫຼວງພະບາງ ໃນຊຸດນີ້ ເປັນທີມປະສົມ ມີນັກກິລາຈາກຕ່າງປະເທດເຂົ້າຮ່ວມເສີມທັບ ໂດຍໄດ້ຮັບການສະໜັບສະໜູນຫຼັກຈາກທ່ານ ຂັນແກ້ວ ດວງເດືອນ ນັກທຸລະກິດໜຸ່ມ ຈາກແຂວງຫຼວງພະບາງ.
(ໜຸ່ມໂສດ)