ສະຫວັນນະເຂດ ປະຕິບັດວິໄນສະມາຊິກພັກ 40 ຄົນ ລຶບຊື່ອອກຈາກພັກ 19 ຄົນ ພ້ອມແກ້ໄຂລົດເຖື່ອນ 1,366 ຄັນ

ເມື່ອບໍ່ດົນມານີ້ ຄະນະກວດກາພັກ-ລັດແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມວຽກງານ ຕິດຕາມ, ກວດກາທົ່ວແຂວງ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ໃຫ້ກຽດເປັນປະທານໃນພິທີໂດຍທ່ານ ປອ. ໂພໄຊ ໄຊຍະສອນ ກໍາມະການ ສໍາ ຮອງສູນກາງພັກ ຮອງເລຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ໄຊຄໍາ ອຸ່ນມີໄຊ ຮອງປະທານກວດ ກາສູນກາງພັກ, ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈໍາພັກແຂວງປະທານກວດກາພັກ-ລັດແຂວງ ສະຫວັນນະເຂດ, ມີບັນດາພະນັກງານລັດຖະກອນອ້ອມຂ້າງແຂວງ, ຕົວແທນຈາກ 14 ເມືອງ ແລະ 1 ນະຄອນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ແສງ ອາລຸນ ສີລະປັນຍາ ຮອງປະ ທານກວດກາພັກ-ລັດແຂວງ ສະຫວັນນະເຂດ ກໍ່່ໄດ້ຂຶ້ນຜ່ານ ບົດສະຫຼຸບການເຄື່ອນໄຫວວຽກງານກວດກາປະຈໍາປີ 2018 ເຊິ່ງໃຫ້ຮູ້ວ່າ: ຜ່ານມາໄດ້ມີການລົງຕິດຕາມກວດກາໃນພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນອື່ນໆສາມາດພົບເຫັນການກະທໍາຜິດ ແລະ ສາມາດປະຕິບັດວິໄນພາຍໃນພັກ ເຊິ່ງແມ່ນສະມາຊິກພັກລວມມີ 40 ສະຫາຍ, ໃນນັ້ນປະຕິບັດຂັ້ນກ່າວເຕື່ອນ ມີ 7 ສະຫາຍ, ພະນັກງານຂັ້ນສູນກາງຄຸ້ມຄອງ 6 ສະຫາຍ, ໂຈະຮ່ວມຊີວິດພັກ 14 ສະຫາຍ, ລຶບຊື່ອອກຈາກພັກ 19 ສະຫາຍ, ພະນັກງານຂັ້ນແຂວງຄຸ້ມຄອງ 16 ສະຫາຍ, ຂັ້ນເມືອງຄຸ້ມຄອງ 18 ສະຫາຍ. ໃນນັ້ນ ມີຄະນະພັກແຂວງ 6 ສະຫາຍ, ຄະນະໜ່ວຍພັກຢູ່ຂັ້ນ ເມືອງ 3 ສະຫາຍເປັນເລຂາ ໜ່ວຍພັກ 2 ສະຫາຍ, ຮອງເລຂາໜ່ວຍພັກ 1 ສະຫາຍ, ຕິດຕາມແກ້ໄຂລົດນໍາເຂົ້າບໍ່ຖືກ ຕ້ອງມາຮອດປະຈຸບັນແກ້ໄຂ ແລ້ວ ຈໍານວນລົດ 1,366 ຄັນ (ສະເພາະປະເພດລົດຈີບ, ລົດກະບະ) ມູນຄ່າແຈ້ງພາສີ 36.4 ຕື້ກວ່າກີບ, ມູນຄ່າພາ ສີລວມອາກອນ 45.8 ຕື້ ກວ່າກີບ ແລະມູນຄ່າປັບໄໝ 2.7 ຕື້ກວ່າກີບ, ຕິດຕາມກວດກາພົບເຫັນການລະເມີດຄໍາ ສັ່ງເລກທີ 15/ນຍ ພະນັກງານ ລັດຖະກອນ ແລະຜູ້ປະກອບການມີ 2 ກໍລະນີຄື: ກໍລະນີທີ 1 ການຢັ້ງຢືນເອົາຜະລິດຕະພັນໄມ້ຂຶ້ນລົດເພື່ອສົ່ງອອກ ສ.ສ ຫວຽດນາມ ຂອງໂຮງງານປຸງ ແຕ່ງໄມ້ຄູນຄໍາ ຈໍານວນ 308,941 ແມັດກ້ອນ ທີ່ກ່ຽວພັນກັບພະນັກງາມ 3 ພາກສ່ວນ ລວມມີ 8 ຄົນ, ຍິງ 1 ຄົນ ປະຈຸບັນຄະນະກໍາມະການ 0430 ໄດ້ລົງວິໄນຕາມກົດໝາຍວ່າ ດ້ວຍພະນັກງານລັດຖະກອນ ມາດຕາ 73, ຂັ້ນ 2 ແລະຂັ້ນ 3 , ກໍລະນີທີ 2 ແມ່ນການຢັ້ງຢືນເອົາຜະລິດຕະພັນໄມ້ຂຶ້ນ ລົດເພື່ອສົ່ງອອກ ສ.ສ ຫວຽດນາມ ຂອງໂຮງງານປຸງແຕ່ງໄມ້ ຊັນໄຊຈໍານວນ 208,174 ແມັດກ້ອນ ຊຶ່ງກ່ຽວພັນກັບ ພະນັກງານ 3 ພາກສ່ວນ ລວມມີ 13 ຄົນ, ຍິງ 2 ຄົນ ປະຈຸບັນຢູ່ໃນຂັ້ນຕອນການສືບສວນຂອງພະແນກກວດກາ ລັດ, ສ່ວນຜູ້ປະກອບການທັງ 2 ໂຮງງານແມ່ນໄດ້ປະຕິບັດແກ້ໄຂຕາມກົດໝາຍພາສີສໍາເລັດແລ້ວ.
ນອກຈາກນີ້, ຍັງ ໄດ້ຕິດຕາມກວດກາປະກົດ ການຫຍໍ້ທໍ້ທີ່ເປັນພຶດຕິກໍາການສໍ້ລາດບັງຫຼວງທີ່ເກີດຂຶ້ນ 2 ເມືອງຄື: ການຍັກຍອກຊັບສິນຂອງລັດຂອງພະນັກງານການເງິນເມືອງພະລານໄຊ ຈໍານວນ 2 ຄົນ ຜົນເສຍຫາຍ 297 ລ້ານກວ່າກີບ, ເກັບຄືນໄດ້ 185 ລ້ານກີບ, ຍັງຄ້າງ 112 ລ້ານກວ່າກີບ, ຖືກລົງວິໄນຕາມກົດໝາຍວ່າດ້ວຍພະນັກງານ ລັດຖະກອນ ຂັ້ນ 3 ມີ 1 ຄົນ ແລະຂັ້ນ 4 ມີ 1 ຄົນ; ເມືອງ ສອງຄອນກ່ຽວກັບການເອົາ ເງິນລວມຫ້ອງການໄປນໍາໃຊ້ສ່ວນຕົວຈໍານວນ 2 ຄົນ, ໃນນີ້ ພະນັກງານອາສາສະໝັກ 1 ຄົນ ຜົນເສຍຫາຍ 567ລ້ານ ກວ່າກີບປະຈຸບັນຢູ່ໃນຂັ້ນຕອນການພິຈາລະນາປະຕິບັດຕາມ ລະບຽບກົດໝາຍ. ດໍາເນີນການສືບສວນ-ສອບສວນ ພະນັກງານອາກອນເມືອງໄຊ ບູລີ ຈໍານວນ 5 ຄົນ ທີ່ຍັກຍອກເງິນຂອງລັດໄປນໍາໃຊ້ສ່ວນຕົວເປັນເງິນຈໍານວນ 3.3 ຕື້ກວ່າ ກວ່າກີບ, ຍັງຄ້າງ 410 ລ້ານກີບ (ປະຈຸບັນຢູ່ໃນຂັ້ນຕອນສະຫຼຸບສໍານວນສົ່ງໄອຍະການແຂວງເພື່ອສັ່ງຟ້ອງຕາມກົດໝາຍ. ສ່ວນທິດທາງແຜນການ ເຄື່ອນໄຫວວຽກງານກວດກາປີ 2019 ແມ່ນຈະສືບຕໍ່ສູ້ຊົນ ຄົ້ນຄວ້າປັບປຸງ, ສ້າງລະບອບ-ລະບຽບ, ກົນໄກການຕິດຕາມ, ກວດກາພັກ-ລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ໄດ້ຕາມແຜນທີ່ວາງໄວ້, ສືບຕໍ່ກວດກາຄວາມຮັບຜິດຊອບຂອງການຈັດຕັ້ງ, ບຸກຄົນພະນັກງານ, ນິຕິບຸກຄົນໃນເມື່ອມີ ປະກົດການລະເມີດກົດໝາຍດໍາລັດ, ຄໍາສັ່ງ, ຂໍ້ກໍານົດ, ແຈ້ງການ ແລະ ລະບຽບການຂອງລັດ, ການຊໍາລະໜີ້ມີສ່ວນຫຼຸດ ແລະການແກ້ໄຂຜົນຂອງການກວດກາ.