ເສຍຄ່າທຳນຽມທາງປີ 2019 ກັນ ຫຼື ຍັງ? ຖ້າຍັງຕ້ອງຟ້າວໄປເສຍ ຖ້າຫາກບໍ່ຢາກຖືກປັບໃໝ

ຂະບວນການເສຍຄ່າທຳນຽມທາງປະຈຳປີ 2019 ແມ່ນໄດ້ເລີ່ມຂຶ້ນມາແລ້ວ ແລະ ໃນວັນທີ 31 ມີນາ ນີ້ ກໍຈະເປັນມື້ສຸດທ້າຍຂອງກຳນົດການເປີດໃຫ້ໄປຈ່າຍ ເຊິ່ງຖ້າກາຍກຳນົດເວລານີ້ ກໍຈະຖືກປັບໃໝຕາມລະບຽບການ.
ອີງຕາມແຈ້ງການຂອງກະຊວງການເງິນ ເມື່ອວັນທີ 14 ມີນາ 2019 ນີ້ ກຳນົດການໃນການຈ່າຍຄ່າທພນຽມທາງປະຈຳປີ 2019 ແມ່ນເລີ່ມຕັ້ງແຕ່ເດືອນມັງກອນ-ມີນາ ເຊິ່ງຖ້າກາຍກຳນົດເວລາກໍຈະຕ້ອງໄດ້ເສຍຄ່າປັບໃໝລວມທັງຄ່າທຳນຽມທາງຕາມປະເພດລົດ ເມື່ອໄປຈ່າຍ.
>> ແຊໄປໃຫທຸກຄົນຮູ້ ນີ້ແມ່ນຄ່າທາງໃໝ່ທີ່ຫາກໍປະກາດອອກມາສົດໆຮ້ອນໆ ລົດແບບໃດເສຍເທົ່າໃດ ເຮົາມີຄຳຕອບ
ອີງຕາມຂໍ້ມູນຈາກທີ່ຜ່ານມາ, ຖ້າຫາກຈ່າຍຄ່າທຳນຽມທາງເກີນກຳນົດເວລາ ເຈົ້າຂອງລົດຈະຖືກປັບໃໝໃນອັດຕາ 0.1% ຕໍ່ມື້ຂອງມູນຄ່າທີ່ຕ້ອງຈ່າຍ.
>> ໃຜຍັງບໍ່ທັນຈ່າຍລະວັງ! ຈ່າຍຄ່າທຳນຽມທາງເກີນກຳນົດເວລາ ຈະຖືກປັບໃໝມື້ລະ 0.1% ຂອງມູນຄ່າ
ໂດຍການຈ່າຍຄ່າທຳນຽມທາງນີ້ ສາມາດເຮັດໄດ້ຫຼາຍຊ່ອງທາງຜ່ານທາງທະນາຄານການຄ້າຕ່າງປະເທດລາວ ຫຼື ທະນາຄານສົ່ງເສີມກະສິກຳ ໃນທົ່ວປະເທດ ແລະ ຕ້ອງກະກຽມເອກະສານເຊັ່ນ ທະບຽນລົດ ລວມທັງໃບກຳກັບການເສຍຄ່າທຳນຽມທາງໃນປີຜ່ານມາ ເພື່ອແຈ້ງຕໍ່ເຈົ້າໜ້າທີ່ທະນາຄານຖ້າຫາກໄປຈ່າຍຕາມປ່ອງບໍລິການ.
>> ຈະຊື້ລົດມືສອງຕ້ອງອ່ານ! ຢ່າລືມກວດໃຫ້ແນ່ໃຈວ່າ ເຈົ້າຂອງລົດຄົນເກົ່າໄດ້ຈ່າຍຄ່າທຳນຽມທາງແລ້ວ