MUAN VOTE: ທ່ານເຊຍໃຫ້ຜູ້ເຂົ້າປະກວດຄົນໃດ ໄດ້ຄອງຕຳແໜ່ງ ນາງສາວນະຄອນຫຼວງວຽງຈັນ 2019?

ການປະກວດນາງສາວນະຄອນຫຼວງວຽງຈັນ 2019 ຮອບຕັດສິນຈະມີຂຶ້ນໃນວັນທີ 6 ເມສາ 2019 ນີ້ ເຊິ່ງໃນປີນີ້ມີຜູ້ເຂົ້າປະກວດຮອບສຸດທ້າຍຈຳນວນ 20 ຄົນ.
ໂດຍໃນການປະກວດຈະມີຜູ້ຊະນະເລີດ 1 ຄົນ, ຮອງອັນດັບ 1 ຈຳນວນ 1 ຄົນ, ຮອງອັນດັບ 2 ຈຳນວນ 1 ຄົນ ແລະ ຮອງອັນດັບ 3 ຈຳນວນ 4 ຄົນ. ສ່ວນລາງວັນພິເສດອື່ນໆປະກອບມີ: ນາງສາວສະເໜ່ຍິງລາວ, ນາງສາວຜິວງາມໜ້າໃສ, ນາງສາວໜ້າອ່ອນກວ່າໄວ, ນາງສາວຂວັນໃຈຊ່າງພາບ, ນາງສາວຂວັນໃຈມະຫາຊົນ ແລະ ນາງສາວຂວັນໃຈມິດຕະພາບ.
ກໍຕ້ອງມາຖ້າລຸ້ນນຳກັນວ່າໃຜຈະໄດ້ຄອງມຸງກຸດອັນຊົງກຽດ ເຊິ່ງມີມູນຄ່າເຖິງ 150 ລ້ານກີບ. ແຕ່ກ່ອນທີ່ຈະຮອດມືນັນ ເຮົາມາລົງຄະແນນໂຫວດກັນດີກວ່າ ວ່າທ່ານເຊຍສາວຄົນໃດໃຫ້ເປັນຜູ້ຊະນະເລີດ?
ຂໍຂອບໃຈ