"ນຸ່ນີ່ ກຸມພົນພັກດີ" ບໍ່ລືມໃສ່ຊຸດໄໝລາວ ເປັນພິທີກອນຮ່ວມລາຍການກັບ "ຕິກ ຊີໂຣ່"

ເປັນອີກໜຶ່ງສາວລາວທີ່ບໍ່ວ່າຈະໄປເຄື່ອນໄຫວຢູ່ໄທເປັນເວລາດົນ ແຕ່ເວລາອອກງານ ຫຼື ເຮັດວຽກຕ່າງໆ "ນຸນີ່ ກຸມພົນພັກດີ" ສາວລາວທີ່ມີຊື່ສຽມາຈາກລາຍການຊອກຫາຄູ່ຊື່ດັງຂອງໄທກໍບໍ່ລືມທີ່ຈະຈັບເອົາຊຸດໄໝລາວງາມໆມານຸ່ງ.
ຫຼ້າສຸດກໍມີໂອກາດໄດ້ຮ່ວມງານກັບ ຕິກ ຊີໂຣ່ ສິລະປິນຊື່ດັງຂອງໄທ ໂດຍໄດ້ຮັບໜ້າທີ່ເປັນພິທີກອນຮ່ວມໃນລາຍການ Give Me Five.
ເຊິ່ງໃນລາຍການນີ້ກໍເຊັ່ນເດີມ ນຸນີ່ ມາໃນຊຸດໄໝລາວສີຕັບໝູ ພ້ອມອວດໂສມຄວາມງາມຂອງເຄື່ອງແຕ່ງກາຍລາວໃຫ້ຊາວຕ່າງຊາດໄດ້ເຫັນ.
ພ້ອມນັ້ນໃນຮູບທີ່ ນຸນີ່ ໂພສລົງໃນອິນສະຕາແກຣມຂອງຄົນເອງ ຍັງມີໜຸ່ມ ອັອບ ຫວານໃຈຊາວໄທເຊິ່ງພົບຮັກກັນຈາກລາຍການ Take Me Out Thailand ຖ່າຍຮູບຮ່ວມເຟຣມນຳ.
ຂໍຂອບໃຈ
ພາບ : koumphonphakdee