ໂມຊຳບິກເສຍຫາຍໜັກຈາກພາຍຸໄຊໂຄລນ ຄາດຜູ້ເສຍຊີວິດອາດສູງເຖິງ 1,000 ຄົນ

ພາຍຸໄຊໂຄລນອິດາອິທີ່ພັດຖະຫຼົ່ມທາງຕາເວັນອອກຂອງທະວີບອາຟຣິກາເມື່ອທ້າຍອາທິດທີ່ຜ່ານມາສ້າງຄວາມເສຍຫາຍໜັກ ຄາດຜູ້ເສຍຊີວິດອາດສູງເຖິງ 1,000 ຄົນ.
ປະທານາທິບໍດີ ຟິລິບເປ ນະຢູຊີ ຂອງໂມຊຳບິກ ກ່າວວ່າ 'ພາຍຸໄຊໂຄລນອິດາອິ' ທີ່ພັດຖະຫຼົ່ມທາງຕາເວັນອອກຂອງໂມຊຳບິກ ແລະ ມາລາວີເມື່ອວັນທີ 14 ມີນາ ທີ່ຜ່ານມາ ອາດມີຍອດຜູ້ເສຍຊີວິດສູງເຖິງ 1,000 ຄົນຈາກການປະເມີນດ້ວຍສາຍຕາຫຼັງຈາກພົບເຫັນສົບຈຳນວນຫຼາຍແຄມຝັ່ງແມ່ນ້ຳປຸງວີ ແລະ ແມ່ນ້ຳບູຊິຂອງໂມຊຳບິກ.
ທາງດ້ານໜ່ວຍງານກາແດງສາກົນ ກ່າວວ່າ ພາຍຸດັ່ງກ່າວໄດ້ທຳລາຍເມືອງເເບຣາ ເມືອງທ່າຂອງໂມຊຳບິກກວ່າ 90 ເປີເຊັນ ເນື່ອງຈາກເຂື່ອນແຕກເຮັດໃຫ້ນ້ຳໄຫຼຖ້ວມເມືອງ ລວມທັງຕັດຂາດເສັ້ນທາງການສັນຈອນໄປມາເຊັ່ນກັນ. ປັດຈຸບັນເມືອງແບຣາບໍ່ມີໄຟຟ້າໃຊ້ ແລະສາຍສື່ສານທຸກຢ່າງຖືກທຳລາຍຈາກນ້ຳທີ່ໄຫຼເຂົ້າຖ້ວມເມືອງ. ຂະນະທີ່ການດຳເນີນການດ້ານສາທາລະນະສຸກໃນເມືອງກໍຕ້ອງຢຸດຕິ ເນື່ອງຈາກບໍ່ມີກະແສໄຟຟ້າ ແລະ ຕົວອາຄານຖືກທຳລາຍໄດ້ຮັບຄວາມເສຍຫາຍຢ່າງໜັກ.
ຫາກຕົວເລກການປະເມີນຍອດຜູ້ເສຍຊີວິດຂອງປະທານາທິບໍດີຟິລິບເປ ນະຢູຊີຖືກຕ້ອງນັ້ນ ໄພພິບັດໃນເທື່ອຈະຖືວ່າເປັນໄພພິບັດທີ່ເຮັດໃຫ້ມີຜູ້ເສຍຊີວິດສູງສຸດຂອງທະວີບອາຟຣິກາ.
ປັດຈຸບັນທາງການໂມຊຳບິກລາຍງານວ່າມີຍອດຜູ້ເສຍຊີວິດແລ້ວຢ່າງໜ້ອຍ 215 ຄົນ ແລະ ສູນຫາຍກວ່າອີກຫຼາຍຮ້ອຍຄົນທົ່ວປະເທດ. ຂະນະທີ່ໃນຊິມບັບເວ ມີຍອດຜູ້ເສຍຊີວິດແລ້ວຢ່າງໜ້ອຍ 98 ຄົນ, ສູນຫາຍອີກ 217 ຄົນ ໂດຍສະເພາະໃນທາງຕາເວັນອອກ ແລະ ທາງໃຕ້ຂອງປະເທດ. ທັງນີ້ໜ່ວຍງານລັດຖະບານ ແລະ ກາແດງສາກົນປະເມີນວ່າ ພາຍຸໄຊໂຄລນໃນເທື່ອນີ້ຈະສ້າງຜົນກະທົບໃຫ້ກັບປະຊາຊົນກວ່າ 1.5 ລ້ານຄົນ.
ເມື່ອປີ 2000 ພາຍຸໄຊໂຄລນໄດ້ສ້າງຄວາມເສຍຫາຍໃຫ້ແກ່ໂມຊຳບິກເປັນຢ່າງຫຼາຍ ໃນເທື່ອນັ້ນມີຜູ້ເສຍຊີວິດຈາກດິນຖະຫຼົ່ມຫຼາຍຮ້ອຍຄົນ ແລະ ສູນຫາຍກວ່າອີກ 650,000 ຄົນ.