ຟ້າໃສ Miss Grand Laos ເຕືອນສາວໆ "ຢ່າເອົາໂຕເອງໄປປຽບທຽບກັບຄົນອື່ນໃນໂຊຊຽວ" ພຽງເພາະເຫັນຮູບໃບດຽວ

ຟ້າໃສ - ຈິນນາລີ ນໍລະສິງ Miss Grand Laos 2017 ໂພສເຕືອນສະຕິສາວໆ ຢ່າເອົາໂຕເອງໄປປຽບທຽບຄົນອື່ນທີ່ເຫັນວ່າຊີວິດໃນໂຊຊຽວດີໆ ເພາະໃນໂຕຈິງອາດບໍ່ຄືທີ່ເຫັນ ຫຼື ອາດເປັນແບບນັ້ນແທ້ກໍມີ.
ເຊິ່ງຟ້າໃສໄດ້ແບ່ງປັນຄວາມຄິດດັ່ງກ່າວລົງໃນໄອຈີ chinnalyfasai ລະບຸວ່າ "ຊີວິດດີ໊ດີ.. ທີ່ຈິງແລ້ວ.. ນາງຕັ້ງກ້ອງຖ່າຍເປັນ 10-20 ນາທີ. ຫຼັງຈາກນັ້ນ ມ້ຽນອຸປະກອນ ລະກະເປັນມ້ຽນຂີ້ໝາຕໍ່ (ມ້ຽນຂີ້ໝາອີ່ຫຼີ). ນາງຕັ້ງ "ສະຕູດິໂອ" ດ້ວຍ ໂຕະ, ກ່ອງທິດຊູ, ຢາສີດຍຸງ, ຂອບໃຈຊ່າງພາບສ່ວນຕົວ *ຕັ້ງກ້ອງຖ່າຍ ແລະ ຮີບໂພສໄວໄວ!!".
ນາງກ່າວອີກວ່າ "ສາວໆ.. ຂໍຢ່າງໜຶ່ງເດີ້, ຢ່າເອົາຕົນເອງໄປປຽບທຽບກັບຄົນທີ່ເຮົາເຫັນຊີວິດດີ໊ດີ ໃນໂຊຊຽວເນາະ. ຊີວິດຈິງເຂົາອາດບໍ່ໄດ້ເປັນແບບທີ່ໂພສລົງ ຫຼື ອາດຈະເປັນແບບນັ້ນແທ້ໆກໍມີ.. ຟ້າກໍບໍ່ຮູ້. ແຕ່ເລືອກຕິດຕາມໃຜ ກໍເລືອກແລ້ວເຮັດໃຫ້ເຮົາບັນເທີງຈິດ ບັນເທີງໃຈ ແລະບໍ່ເອົາຕົນເອງໄປປຽບທຽບກັບ "ແຄັບເຈີ້! ຮູບໃບດຽວ" ຂອງເຂົາຊື່ໆ".
ພ້ອມນັ້ນ ໃນໂພສດັ່ງກ່າວ ຍັງມີຮູບຂອງນາງປະກອບການບັນຍາຍ ເຊິ່ງເມື່ອເລື່ອນເບິ່ງແຕ່ລະຮູບ ກໍຈະເຂົ້າໃຈທີ່ນາງບັນຍາຍມາທັງໝົດຢ່າງແຈ່ມແຈ້ງ.
ຖືວ່າເປັນຂໍ້ຄິດທີ່ດີໃນການໃຊ້ສື່ສັງຄົມອອນລາຍຂອງສາວ ຟ້າໃສ ຄົນນີ້ທີ່ໜ້າເອົາໄປຄິດ ແລະ ປັບໃຊ້ກັບຕົນເອງໃນຊີວິດປະຈຳວັນ.
ຂໍຂອບໃຈ
ພາບ : chinalyfasai