ລາວສືບຕໍ່ເຈລະຈາເປີດຕະຫຼາດ ເພື່ອສົ່ງອອກພືດໄປຕ່າງປະເທດໃຫ້ຫຼາຍຂຶ້ນ

ຕາມການລາຍງານຂອງທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຕໍ່ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ເມື່ອບໍ່ດົນມານີ້ວ່າ: ມາຮອດປະຈຸບັນສາມາດເຈລະຈາເຕັກນິກເປີດຕະຫຼາດ ກັບບັນດາປະເທດຕ່າງໆໄດ້ເປັນຈໍານວນຫຼາຍຄື: ຕະຫຼາດ ສປ ຈີນມີຜົນຜະລິດ ສາລີແຂງ, ມັນຕົ້ນ, ໝາກກ້ວຍ, ໝາກໂມ ແລະ ເຂົ້າສານ ແລະ ກຳລັງສືບຕໍ່ເຈລະຈາເຕັກນິກເປີດຕະຫຼາດຕື່ມອີກ 10 ປະເພດພືດ ເຊັ່ນ: ຢາງພາລາ, ໝາກນໍ້າມັນ, ພືດຜັກ ເຫຼົ່ານີ້ເປັນຕົ້ນ, ຄາດວ່າຈະສໍາເລັດເຊັນບົດບັນທຶກ SPS ສອງຝ່າຍ ໃນປີ 2019 ແລະ ກຳລັງກະກຽມເຊັນຂໍ້ຕົກລົງວ່າດ້ວຍຂໍ້ກຳນົດການກັກກັນ ແລະ ກວດກາສຸຂະພາບສັດໃຫຍ່ທີ່ຈະສົ່ງຈາກລາວໄປຈີນ.
ເລີ່ມແຕ່ປີ 2013 ເຖິງ 2018, ລາວໄດ້ສຳເລັດການເຈລະຈາເຕັກນິກເປີດຕະຫຼາດ ກັບກົມວິຊາການກະເສດ ລາຊະອານາຈັກໄທ ລວມທັງໝົດມີພືດ 15 ປະເພດ ແລະ ສຳເລັດແລ້ວ 12 ປະເພດພືດເຊັ່ນ: ສາລີແຂງ, ໝາກກ້ວຍ, ໝາກເຜັດ, ໝາກຫຸ່ງ, ມັນຕົ້ນ, ໝາກເລັ່ນ, ຫົວມັນຝຣັ່ງ, ໃບຢາສູບແຫ້ງ, ພືດຜັກສົດ, ພືດຕະກຸນໝາກກ້ຽງອື່ນໆ, ໝາກຖົ່ວດິນ (ຝັກຖົ່ວດິນ ຫຼື ໝາກຖົ່ວດິນທີມີເປືອກຫຸ້ມແກ່ນ ແລະ ບໍ່ມີດິນຕິດ) ແລະ ໝາກນອດ. ປັດຈຸບັນນີ້, ກໍາລັງສືບຕໍ່ເຈລະຈາ 3 ປະເພດພືດທີ່ຍັງຄ້າງນັ້ນ ເຊັ່ນ: ແກ່ນໝາກຖົ່ວດິນ, ໝາກສະຕໍເບີຣີ ແລະ ໝາກນັດ ຄາດວ່າຈະສໍາເລັດພາຍໃນປີ 2019 ນີ້. ການເຈລະຈາເຕັກນິກເປີດຕະຫຼາດ ກັບ ກົມປ້ອງກັນພືດ ສສ ຫວຽດນາມ ໄດ້ທັງໝົດ 13 ປະເພດພືດ ຄື: ເຂົ້າສານ, ສາລີ, ຫົວກາຣົດ, ຜັກສະລັດ, ຜັກບົ່ວຫົວ, ຫຍ້ານີເປຍ, ໝາກກ້ວຍ, ໝາກມັງກອນ, ໝາກນອດ, ໝາກກ້ຽງໃຫຍ່ (ໝາກພຸກ), ໝາກກ້ຽງເຫຼືອງ, ໝາກ້ຽງຂຽວ, ແລະ ໝາກມ່ວງ ແລະ ກຳລັງສືບຕໍ່ເຈລະຈາເປີດຕະຫຼາດໝາກໄມ້ໃຫ້ໝາກ 4 ປະເພດໃໝ່ ເຊັ່ນ: ໝາກມີ້, ໝາກນັດ, ລຳໄຍ ແລະ ໝາກພ້າວຫອມ. ປັດຈຸບັນ, ພືດ ແລະ ຜະລິດຕະພັນພືດ ຂອງ ລາວ ສາມາດສົ່ງອອກໄປຍັງ ອີຢູ ໄດ້ປົກກະຕິ ແຕ່ຕ້ອງປະຕິບັດຕາມຄູ່ມືແນະນຳຂອງກົມປູກຝັງ ກ່ຽວກັບ ຂັ້ນຕອນ ແລະ ວິທີຈັດຕັ້ງປະຕິບັດມາດຕະການສຸຂາອະນາໄມພືດ (SPS), ສໍາລັບພືດ ແລະ ຜະລິດຕະພັນພືດ ທີ່ສົ່ງອອກໄປຍັງອີຢູ ຊຶ່ງມາຮອດປັດຈຸບັນ ມີ 2 ບໍລິສັດ ທີ່ໄດ້ຮັບອະນຸຍາດໃຫ້ສົ່ງອອກພືດຜັກສົດຈາກລາວໄປຍັງອີຢູ.
ທ່ານຮອງລັດຖະມົນຕີ ກະຊວງດັ່ງກ່າວ ໃຫ້ຮູ້ອີກວ່າ:ຜ່ານມາ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງກ່ຽວຂ້ອງ ທີ່ຕິດພັນກັບໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໄດ້ອອກຫຼາຍກົດໝາຍ ແລະ ນິຕິກຳ ລຸ່ມກົດໝາຍ ທີ່ໄດ້ສົ່ງເສີມ, ຄຸ້ມຄອງ ແລະ ກວດກາ ການເຄື່ອນໄຫວ ຂອງການຜະລິດ ກະສິກຳ ຢ່າງຮອບດ້ານ. ໂດຍໄດ້ເອົາໃຈໃສ່ ຜັນຂະຫຍາຍມາເປັນຫຼາຍນິຕິກຳລຸ່ມກົດໝາຍ, ເປັນດໍາລັດ, ຄໍາສັ່ງ ຂອງ ນາຍົກລັດຖະມົນຕີ, ຂໍ້ຕົກລົງລັັດຖະມົນຕີ, ຂໍ້ຕົກລົງບັນດາກົມກ່ຽວຂ້ອງ, ບົດແນະນຳລະອຽດ ແລະ ຄູ່ມືຕ່າງໆ ເພື່ອຊ່ວຍຈັດຕັ້ງ ແຕ່ລະນິຕິກຳ ຢ່າງເປັນເອກະພາບ ໃນລະດັບທົ່ວປະເທດ ເຊັ່ນ: ນິຕິກຳ ການຄຸ້ມຄອງ ແລະ ຄວບຄຸມ ການນຳໃຊ້ປຸ໋ຍ ແລະ ຢາປາບສັດຕູພືດ ທຸກປະເພດ ແລະ ກໍໄດ້ດຳເນີນການຢ່າງເຂັ້ມງວດກ່ວາເກົ່າ, ໂດຍສະເພາະ ກ່ຽວກັບ ການປູກກ້ວຍ. ໃນນັ້ນ, ອັນພົ້ນເດັ່ນແມ່ນວຽກກັກກັນພືດ ຕິດພັນກັບ ການເຈລະຈາ ບັນຊີພືດ ທີ່ສາມາດສົ່ງອອກໄດ້, ຕົ້ນຕໍແມ່ນສົ່ງອອກໄປ ສສ ຫວຽດນາມ, ສປ ຈີນ, ໄທ ແລະ ສະຫະພາບ ເອີຣົບ, ຊຶ່ງບັນຫານີ້ ເປັນປັດໄຈສຳຄັນ ໃນການປະຕິບັດມາດຕະການໃນການປົກປ້ອງ ການຄ້າພາຍໃນ ແລະ ການສົ່ງອອກ ຂອງພວກເຮົາສູ່ຕະຫຼາດຕ່າງປະເທດ.
(ໄກ່ແຈ້)