ມະຫະກຳກີລາແຫ່ງຊາດ ຄັ້ງທີ 11 “ຊຽງຂວາງເກມ” ເລື່ອນອີກຄັ້ງ ເປັນເດືອນມີນາ 2020

ງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 (ຊຽງຂວາງ ເກມ) ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 21-30 ທັນວາ ຈະເຖິງນີ້ ມີການເລື່ອນອອກໄປເປັນທາງການໃນເດືອນມີນາ 2020 ພາຍຫຼັງເລື່ອນມາຄັ້ງ 1 ແລ້ວ ຈາກທ້າຍປີ 2018.
ອີງຕາມຂໍ້ມູນຈາກແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລົງວັນທີ 6 ມີນາ 2019 ເລກທີ 388/ຫສນຍ ກ່ຽວກັບການຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 21-30 ທັນວາ ຈະເຖິງນີ້ ໃຫ້ຊາບວ່າ : ອີງຕາມເອກະສານສະເໜີ ສະບັບເລກທີ 236/ສສກ ລົງວັນທີ 22 ກຸມພາ 2019 ຂອງກະຊວງສຶກສາທິການ ແລະ ກີລາ ແລະ ອີງຕາມການຕົກລົງ ແລະ ຊີ້ນຳ ຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 6 ມີນາ 2019 ຫ້ອງວ່າສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນຳ ຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຊາບດັ່ງນີ້ວ່າ: ເຫັນດີດ້ານຫຼັກການໃຫ້ເລື່ອນການຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 21-30 ທັນວາ ຈະເຖິງນີ້ ໄປຈັດໃສ່ໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ເພື່ອໃຫ້ເໝາະສົມກັບສະພາບອາກາດຕົວຈິງ ຢູ່ແຂວງຊຽງຂວາງ ເພາະຖ້າຈັດໃສ່ເດືອນທັນວາ 2019 ແມ່ນສະພາບອາກາດໜາວໂພດ ແລະ ອັນສຳຄັນແມ່ນເພື່ອເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ໃນປີ 2020. ແຕ່ໃຫ້ກະຊວງສຶກສາທິການ ແລະ ກີລາ ສົມທົບກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮ່າງບົດລາຍງານຂໍການຊີ້ນຳຈາກກົມການເມືອງສູນກາງພັກ ເພີ່ມຕື່ມ, ໃຫ້ກະຊວງການເງິນ ກະກຽມງົບປະມານບ້ວງບໍລິຫານສຳລັບການຈັດງານແຂ່ງຂັນກີລາແຫ່ງຊາດ ທີ່ໄດ້ຂຶ້ນແຜນໄວ້ແລ້ວນັ້ນ ໃຫ້ມີຄວາມພ້ອມໃນການນຳໃຊ້ໃນເວລາຈັດງານແຂ່ງຂັນໃນເດືອນມີນາ 2020 ແລະ ໃຫ້ແຂວງຊຽງຂວາງ ເປັນໃຈກາງສົມທົບກະຊວງສຶກສາທິການ ແລະ ກີລາ ແລະ ກະຊວງແຜນການ ແລະ ການລົງທຶນ ຕິດຕາມ ແລະ ຊຸກຍູ້ການກໍ່ສ້າງບັນດາໂຄງການພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ການຈັດງານກີລາແຫ່ງຊາດດັ່ງກ່າວ ໃຫ້ສຳເລັດ ແລະ ທັນມອບ-ຮັບໂຄງການ ກ່ອນມື້ເປີດງານກີລາແຫ່ງຊາດ.
ສຳລັບ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນຄັ້ງນີ້ ຖືວ່າເປັນຄັ້ງທີ 2 ແລ້ວ ພາຍຫຼັງທໍາອິດຕົກລົງຈັດໃນທ້າຍເດືອນ ປີ 2018 ຕໍ່ມາເລື່ອນມາຈັດໃນທ້າຍປີ 2019 ແລະ ລ່າສຸດນີ້ ແມ່ນຈະເລື່ອນມາຈັດໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020.
(ໄກ່ແຈ້)