ຈີນ ຕົກລົງທີ່ຈະຍົກເລີກໂຄງການລະເບີດຫິນໃນແມ່ນໍ້າຂອງເພື່ອແລ່ນເຮືອຂົນສົ່ງສິນຄ້າ

ລັດຖະມົນຕີ ກະຊວງການຕ່າງປະເທດຂອງໄທ ລະບຸວ່າ ຈີນພ້ອມຍົກເລີກການລະເບີດຫິນໃນແມ່ນໍ້າຂອງ ເພື່ອແລ່ນເຮືອຂົນສົ່ງສິນຄ້າ ດ້ວຍຄວາມເຂົ້າໃຈດີຕໍ່ຜົນກະທົບທາງດ້ານສິ່ງແວດລ້ອມທີ່ຈະເກີດຂຶ້ນ.
ເຊົາຊາຍນ່າ ມໍນິງໂພສ ລາຍງານວ່າ ເມື່ອວັນສຸກທີ 8 ມີນາ ທີ່ຜ່ານມາ ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງໄທ ກ່າວວ່າ ການເດີນທາງໄປຢ້ຽມຢາມໄທຂອງ ຫວັງ ຢີ້ (Wang Yi) ລັດຖະມົນຕີກະຊວງການຕ່າງປະເທດຈີນ ເມື່ອເດືອນທີ່ຜ່ານມາ ໄດ້ມີການກ່າວເຖິງປະເດັນການລະເບີດຫິນໃນແມ່ນໍ້າຂອງທີ່ທາງປະເທດລາວ, ໄທ ແລະ ມຽນມາ ເປັນຫ່ວງເລື່ອງຜົນກະທົບທີ່ຈະເກີດຂຶ້ນ ຖ້າຫາກມີການລະເບີດຫິນດັ່ງກ່າວ.
ທ່ານ ດອນ ກ່າວວ່າ ເລື່ອງດັ່ງກ່າວທາງຈີນໄດ້ຮັບຊາບຜົນກະທົບທີ່ຈະເກີດຂຶ້ນກັບວິຖີຊີວິດຂອງປະຊາຊົນ ແລະ ສັດນໍ້າທີ່ອາໄສຢູ່ໃນແມ່ນໍ້າຂອງ ຫາກມີການລະເບີດຫິນເກີດຂຶ້ນ ເຊິ່ງຈີນໄດ້ຮັບຊາບ ແລະ ຕົກລົງທີ່ຈະຢຸດຕິການລະເບີດຫິນໃນແມ່ນໍ້າຂອງດ້ວຍຄວາມເຂົ້າໃຈດີ.
ທັງນີ້, ທ່ານ ດອນ ຍັງກ່າວວ່າ ຜົນກະທົບທາງດ້ານນິເວດວິທະຍາ ຈາກການລະເບີດຫິນໃນແມ່ນໍ້າຂອງນັ້ນ ສົ່ງຜົນກະທົບເຖິງກະແສນໍ້າທີ່ໄຫຼຈາກຈີນສູ່ທະເລຈີນໃຕ້ ເຊິ່ງປັດຈຸບັນມີວິທີການຂົນສົ່ງສິນຄ້າຈາກຈີນສູ່ປະເທດໃນລຸ່ມແມ່ນໍ້າຂອງທີ່ດີກວ່າການສັນຈອນທາງນໍ້າ.
ໂຄງການລະເບີດຫິນໃນແມ່ນໍ້າຂອງ ເພື່ອການຂົນສົ່ງສິນຄ້າຂອງເຮືອການຄ້າຂະໜາດໃຫຍ່ຈາກຈີນນັ້ນ ເລີ່ມມີການສຳຫຼວດເສັ້ນທາງໃນແມ່ນໍ້າຂອງມາຕັ້ງແຕ່ເດືອນທັນວາ ປີ 2016 ແຕ່ໄດ້ຮັບສຽງຄັດຄ້ານຈາກປະຊາຊົນ ແລະ ກຸ່ມອະນຸຮັກສິ່ງແວດລ້ອມ ໃນກຸ່ມປະເທດລຸ່ມແມ່ນໍ້າຂອງ ເນື່ອງຈາກໂຄງການດັ່ງກ່າວຈະສົ່ງຜົນຕໍ່ວິຖີຊີວິດຂອງປະຊາຊົນແຄມຝັ່ງແມ່ນໍ້າຂອງ ຕັ້ງແຕ່ ມຽນມາ, ລາວ ແລະ ໄທ ລວມໄປເຖິງກະທົບຕໍ່ລະບົບນິເວດໃນແມ່ນໍ້າຂອງຕອນເທິງ.
ແມ່ນໍ້າຂອງເປັນແມ່ນໍ້າສາຍສຳຄັນທີ່ໄຫຼຜ່ານ ມຽນມາ, ລາວ, ໄທ, ກຳປູເຈຍ, ແລະ ຫວຽດນາມ. ປັດຈຸບັນ ລະບົບນິເວດໃນແມ່ນໍ້າຂອງຕ່າງກໍໄດ້ຮັບຜົນກະທົບຈາກການສ້າງເຂື່ອນ, ໃນຂະນະທີ່ປະຊາຊົນແຄມສອງຝັ່ງແມ່ນໍ້າຂອງຕ່າງກໍໄດ້ຮັບຜົນກະທົບຈາກກະແສນໍ້າທີ່ປ່ຽນໄປຈາກໂຄງການພັດທະນາທີ່ສ້າງຂຶ້ນໃນບໍລິເວນປະເທດລຸ່ມແມ່ນໍ້າຂອງ.
ຂໍຂອບໃຈ
ຂໍ້ມູນ : VoiceTV