ພິກກີ້ ສີຫາລາດ ສວມບົດບາດການສະແດງ ໃນ MV ເພງ “ບໍ່ຮັກກໍ່ຄືບໍ່ຮັກ”

ເປັນທີ່ຮູ້ຈັກກັນດີກັບສາວໜ້າຫວານ ພິກກີ້ - ພິລາລັກ ສີຫາລາດ ນ້ອງສາວແທ້ໆຂອງສາວລາວຄົນດັງ ແອັບເປິ້ນ - ສີສະຫງຽນ ສີຫາລາດ, ເຊິ່ງຫຼ້າສຸດໄດ້ປ່ຽນບົດບາດຈາກການໂຄເວີເພງ ມາເປັນນັກສະແດງ ໂດຍການຮ່ວມສະແດງ MV ເພງ ບໍ່ຮັກກໍ່ຄືບໍ່ຮັກ (ไม่รักก็คือไม่รัก) ຂອງ ວາ ວິນ ໄທ ນັກຮ້ອງຈາກປະເທດໄທ ທີ່ຫາກໍ່ປ່ອຍລົງ You Tube ເມື່ອວັນທີ 6 ມີນາ 2019 ນີ້ ກໍ່ມີຍອດເຂົ້າເບິ່ງ 10,000 ກວ່າຄັ້ງແລ້ວ.
ສໍາລັບ ສາວ ພິກກີ້ ກໍ່ຜົນງານຫຼາກຫຼາຍອອກມາໃຫ້ຕິດຕາມ ບໍ່ວ່າຈະເປັນການໂຄເວີ ຮ້ອງເພງ ຖອຍ ເປັນເວີຊັ້ນຂອງຕົນແລ້ວ ກໍ່ຍັງມີການໂຄເວີເພງສາກົນ Lost Stars ເຊິ່ງເວີຊັນນີ້ເພິ່ນເອງກໍ່ໄດ້ເອົາເນື້ອຮ້ອງພາສາລາວເຂົ້າມາຮ້ອງໃນເພງນີ້ພ້ອມ ໄດ້ຟັງແລ້ວອິນສຸດໆ. ສ່ວນວ່າການສະແດງ MV ໃນຄັ້ງນີ້, ຈະອິນ ຈະຊຶ້ງຂະໜາດໃດນັ້ນໄປເບິ່ງພ້ອມໆກັນເລີຍ.