ສາວລາວ ຢູ-19 ໂຊຟອມເດັ່ນ ຖະຫຼົ່ມ ສິງກະໂປ 4-0 ໃນບານເຕະ JENESYS 2018 ປະເທດຍີ່ປຸ່ນ

ການແຂ່ງຂັນ JENESYS 2018 Japan – ASEAN U-19 Women Football Exchange ຢູ່ທີ່ເມືອງໂອກີນາວາ OKINAWA ປະເທດຍີ່ປຸ່ນ ນັດທໍາອິດເປີດສາກຂຶ້ນໃນວັນທີ 2 ມີນາ 2019 ໂດຍ ສາວລາວ ຢູ 19 ລົງສະໜາມນັດທໍາອິດສາມາດສະເໝີ ມາເລເຊຍ 0-0.
ຫຼ້າສຸດ ໃນຕອນບ່າຍຂອງວັນຈັນທີ 4 ມີນາ 2019 ສາວລາວ ຢູ-19 ລົງສະໜາມພົບກັບ ທີມຊາດສິງກະໂປ. ຜົນການແຂ່ງຂັນ ທີມຊາດລາວ ສາມາດເອົາຊະນະ ທີມຊາດສິງກະໂປ 4-0 ໂດຍທີມຊາດລາວ ໄດ້ປະຕູຈາກ ໝາຍເລກ 19 ອານຸຕາ ຈັນທີທອງ ນາທີ 2, ໝາຍເລກ 10 ອາພັດສະລາ ຈັນທະວົງໄຊ ນາທີ 10 ແລະ ໝາຍເລກ 11 ວາດີ ອິນທິຍາ ນາທີ 18 ແລະ 50.
ສ່ວນຜົນຄູ່ອື່ນນັ້ນ ທີມຊາດໄທ ຊະນະ ທີມຊາດຫວຽດນາມ 2-0, ທີມຊາດມຽນມາ ຊະນະ U-19 OKINAWA Selection 5-2 ແລະ ທີມຊາດກຳປູເຈຍ ເສຍໃຫ້ Viscale Okinawa FC Nabita 0-3.
ສຳລັບລາຍການແຂ່ງຂັນບານເຕະລາຍການ JENESYS 2018 Japan – ASEAN U-19 Women Football Exchange ມີທັງໝົດ 10 ທີມເຂົ້າຮ່ວມ, ແບ່ງອອກເປັນ 2 ກຸ່ມປະກອບມີ: ກຸ່ມ ເອ U-19 OKINAWA SELECTION, ໄທ, ຍີ່ປຸ່ນ, ຫວຽດນາມ ແລະ ມຽນມາ. ກຸ່ມ ບີ ມີ: Viscale Okinawa FC Nabita, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ. ທີມຊາດລາວ ລົງສະຫນາມ ໄປແລ້ວ 2 ນັດ ຊະນະ 1 ສະເຫມີ 1 ມີ 4 ຄະແນນ.
ຕາຕະລາງການແຂ່ງຂັນຂອງທີມຊາດລາວ:
- ວັນທີ 05 ມີນາ 2019 ເວລາ 14:00 ລາວ ພົບ ກຳປູເຈຍ
- ວັນທີ 06 ມີນາ 2019 ເວລາ 14:00 ລາວ ພົບ Viscale Okinawa FC
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມ ໂອກີນາວາ Okinawa ປະເທດຍີ່ປຸ່ນ.
ຂໍຂອບໃຈ
ຂໍ້ມູນ : ສະຫະພັນບານເຕະແຫ່ງຊາດລາວ