ບໍ່ໄດ້ທຳມະດາ! ຊຸດທີ່ "ປໍ້ ຕະການ" ໃສ່ປະກວດ Miss International Queen ລ້ວນອວດຄວາມງົດງາມຂອງຜ້າໄໝລາວ

ຖືວ່າເປັນອີກໜຶ່ງເວທີທີ່ກຽມໂຕມາດີ ໂດຍສະເພາະເລື່ອງຂອງເຄື່ອງແຕ່ງກາຍທີ່ມີຄວາມໂດດເດັ່ນ ແລະ ໂຊເອກະລັກຂອງຜ້າໄໝລາວໄດ້ຢ່າງລົງໂຕ ແລະ ທັນສະໄໝ ບວກກັບຜູ້ໃສ່ຢ່າງ "ປໍ້ ຕະການ" ຫຼື ກັນລະຍານີ ໂພທິມາດ ຕົວແທນເຂົ້າປະກວດສາວປະເພດສອງລະດັບໂລກທີ່ພັດທະຍາ ປະເທດໄທ ທີ່ສາມາດພຣີເຊັນຊຸດໄດ້ເປັນຢ່າງດີ.
ເວທີ Miss International Queen 2019 ເລີ່ມເກັບໂຕຕັ້ງແຕ່ຕົ້ນອາທິດທີ່ຜ່ານມາ ເຊິ່ງ ປໍ້ ກໍເປັນໜຶ່ງໃນຜູ້ເຂົ້າປະກວດຈາກທັງໝົດ 22 ປະເທດທີ່ເຂົ້າຮ່ວມໃນປີນີ້.
ຊຸດທີ່ ປໍ້ ໃສ່ນັ້ນທັງໝົດລ້ວນແລ້ວແຕ່ຕັດຫຍິບຈາກຜ້າໄໝລາວ ໂດຍຫ້ອງເສື້ອຊັ້ນນຳຂອງລາວຫຼາຍລາຍ ແລະ ງານນີ້ຖ້າມີລາງວັນ Miss Fashion ຫຼື ລາງວັນຄ້າຍຄືກັນ ຄືກັບການປະກວດ Miss Global ທີ່ຟິລີບປິນ ກໍມີໂອກາດສູງທີ່ ປໍ້ ຈະສາມາດຄວ້າລາງວັນນີ້ມາຝາກຊາວລາວ ຄືກັບທີ່ ໝີພູ - ພູຄຳ ທິບພົມວົງ Miss Global Laos ຄວ້າມາໄດ້ເມື່ອເດືອນກຸມພາທີ່ຜ່ານມາ.
ແນວໃດກໍຕາມ ເຮົາລ້ວນແລ້ວແຕ່ສົ່ງແຮງເຊຍໃຫ້ກັບສາວຄົນນີ້ ແລະ ຫວັງເປັນຢ່າງສູງວ່າຈະເຫັນມຸງກຸດຂອງເວທີຍົກສູງຄວາມເທົ່າທຽມຂອງເພດທີ 3 ປາກົດຢູ່ເທິງຫົວຂອງ ປໍ້ ເພື່ອໃຫ້ແຟນໆຊາວລາວໄດ້ຊົມເຊີຍກັນຢ່າງທົ່ວໜ້າ.
ຂໍຂອບໃຈ
ພາບ : IG: missqueenlaos , por_takarn