“ໂຈ ນູໂວ” ນັກຮ້ອງດັງຂອງໄທ ຈະຮ່ວມແລ່ນໃນລາຍການ ວຽງຈັນ ຮາບມາຣາທອນ ຮຸ່ນ ໄລຍະ 10 ກມ

ເອົາແລ້ວ ເມື່ອນັກຮ້ອງດັງຈາກປະເທດເພື່ອນບ້ານ ຢ່າງ ໜຸ່ມ ຈິຣາຢຸດ ວັດທະນະສິນ ຫຼື ທີ່ຄົນລາວຮູ້ຈັກກັນດີໃນຊື່ ໂຈ ນູໂວ ຈະລົງຮ່ວມແລ່ນໃນລາຍການ Vientiane International Half Marathon ຮຸ່ນ Mini Marathon ໄລຍະ 10 ກິໂລແມັດ.
ທາງຄະນະກຳມະການຈັດການແຂ່ງຂັນແລ່ນວຽງຈັນ ຮາບມາລາທອນ ນານາຊາດຄັ້ງທີ 4 ປະຈຳປີ 2019 ໄດ້ປິດການລົງທະບຽນແຕ່ວັນທີ 25 ກຸມພາ ຜ່ານມານີ້ເອງ, ແລະທາງຄະນະເພິ່ນໄດ້ຊວນເຊີນທຸກຄົນຮ່ວມເຂົ້າຮ່ວມແລ່ນໃນຄັ້ງນີ້ ນອກຈາກເປັນການອອກກຳລັງກາຍເພື່ອສຸຂະພາບແລ້ວ ຍັງໄດ້ມີສ່ວນຮ່ວມໃນການເຜີຍແຜ່ ແລະ ລົນນະລົງເພື່ອຫຼຸດຜ່ອນການຖືພາໃນໄວໜຸ່ມຂອງເດັກນ້ອຍໃນຫົວຂໍ້ ຂອງອົງການສະຫະປະຊາຊາດ ທີ່ວ່າ ໄວເປັນສາວ ບໍ່ຟ້າວເປັນແມ່ ເຊິ່ງການຖືພາແຕ່ອາຍຸຍັງນ້ອຍ ຈະບໍ່ເປັນຜົນດີຕໍ່ສຸຂະພາບ ຂອງທັງເດັກນ້ອຍ ແລະ ແມ່.
ຂໍຂອບໃຈ
ຂໍ້ມູນ : Lao Youth Radio FM 90.0 Mhz