ສາວອາເມລິກາເກືອບຕາຍຍ້ອນ "ເສບຕິດການອອກກຳລັງກາຍ" ດ້ານມືດທີ່ຫຼາຍຄົນຄາດບໍ່ເຖິງ

ຍິງສາວຊາວສະຫະລັດຮ່າງກາຍພັງ ໄຮ້ເພື່ອນ ຂາດແຟນ ພຽງເພາະມັກອອກກຳລັງກາຍ ມັກຫຼາຍຈົນກາຍເປັນເສບຕິດ.
ໃນຂະນະທີ່ຫຼາຍພາກສ່ວນພະຍາຍາມລົນນະລົງໃຫ້ຄົນໃນສັງຄົມຫັນມາໃສ່ໃຈສຸຂະພາບດ້ວຍການອອກກຳລັງກາຍເປັນປະຈຳ ແຕ່ຍິງສາວຊາວສະຫະລັດຄົນໜຶ່ງຊໍ້າພັດເຄີຍປະເຊີນກັບດ້ານມືດຈາກການອອກກຳລັງກາຍທຸກມື້ຈົນກາຍເປັນ “ການເສບຕິດ”. ນາງຊື່ Katherine Schreiber ປັດຈຸບັນອາຍຸ 28 ປີເປັນນັກຂຽນ ແລະ ຄູສອນໂຢຄະຢູ່ທີ່ນິວຢອກ.
Katherine ເລົ່າວ່ານາງເລີ່ມຮູ້ສຶກບໍ່ມັກຮູບຮ່າງຂອງຕົວເອງຕັ້ງແຕ່ຕອນຢູ່ຊັ້ນປະຖົມ. ບາງເທື່ອຮູ້ສຶກບໍ່ດີເຖິງຂັ້ນບໍ່ຢາກໄປໂຮງຮຽນເພາະຄິດວ່າຕົວເອງ “ເບິ່ງຂີ້ຮ້າຍ” ເກີນໄປ ແລ້ວນາງກໍຄົ້ນພົບວິທີຮັບມືກັບເລື່ອງນີ້ ນັ້ນຄືການອອກກຳລັງກາຍ. ສະໄໝຮຽນມັດທະຍົມຕອນປາຍ ນາງເຂົ້າຢິມອາທິດລະສອງເທື່ອ ຈາກນັ້ນກໍຖີ່ຂຶ້ນຈົນກາຍເປັນມື້ລະສາມເທື່ອ. ນອກຈາກຈະອອກກຳລັງກາຍຢ່າງໜັກແລ້ວ ນາງຍັງຈຳກັດປະລິມານອາຫານຈົນປ່ວຍເປັນພະຍາດການກິນຜິດປົກກະຕິ ແລະ ຕ້ອງເຂົ້າຮັບການບຳບັດ ແຕ່ຊໍ້າພັດບໍ່ມີໃຜທ້ວງ ຫຼື ເຫັນວ່າການອອກກຳລັງກາຍຂອງນາງເປັນເລື່ອງຜິດປົກກະຕິ. ຈົນກະທັ້ງຮຽນຈົບມະຫາວິທະຍາໄລ ແລະ ເຂົ້າເຮັດວຽກທີ່ວາລະສານແຫ່ງໜຶ່ງ.
Katherine ເລົ່າວ່ານາງຍັງຄົງເຂົ້າຢິມມື້ລະສາມເວລາຄືເກົ່າ ຄື: ຕອນເຊົ້າກ່ອນເຂົ້າວຽກ, ພັກທ່ຽງ ແລ້ວກໍຫຼັງເລີກວຽກ. ຊີວິດຂອງນາງດຳເນີນຢູ່ຢ່າງນີ້ໂດຍບໍ່ໄດ້ຜິດສັງເກດເຖິງຄວາມຜິດປົກກະຕິທີ່ຄ່ອຍໆກໍ່ຂຶ້ນຈົນກະທັ້ງເກີດພາວະ “ຮ່າງກາຍພັງ” ນັ້ນຄືປະຈຳເດືອນຂາດໄປສອງປີ, ໝອນຮອງກະດູກເຄື່ອນທັບເສັ້ນປະສາດ ແລະ ກະດູກຫັກເພາະເມື່ອຍລ້າຈາກການອອກກຳລັງກາຍຫຼາຍເກີນໄປ.
ນອກຈາກການເສບຕິດການອອກກຳລັງກາຍຂອງນາງຈະສົ່ງຜົນຮ້າຍຕໍ່ສຸຂະພາບແລ້ວ ຍັງສົ່ງຜົນກະທົບຕໍ່ຄວາມສຳພັນກັບຄົນອ້ອມຂ້າງອີກດ້ວຍ. ນາງກາຍເປັນຄົນບໍ່ມີສັງຄົມ, ບໍ່ມີໝູ່ເພື່ອນ ບໍ່ມີແຟນ ເພາະນາງບໍ່ມີເວລາທີ່ຈະພົບປະເວົ້າຈາ ຫຼື ສັງສັນກັບໃຜ, ບໍ່ຢາກອອກໄປໃດກັບໃຜ ຫຼື ເຮັດຫຍັງທີ່ຈະຂັດຂວາງການໄປຢິມ. ທຳອິດ ນາງປະຕິເສດບໍ່ຄິດວ່າການອອກກຳລັງກາຍເປັນຕົ້ນເຫດຂອງສາລະພັດບັນຫາ. ແຕ່ສຸດທ້າຍ ກໍຍອມຮັບ ແລະ ເຂົ້າຮັບການບຳບັດເມື່ອປີ 2015 ຈຶ່ງຮູ້ວ່າທີ່ເປັນແບບນີ້ທັງໝົດເພາະ “ເສບຕິດການອອກກຳລັງກາຍ”.
ດຣ. Heather Hausenblas ຜູ້ຊ່ຽວຊານດ້ານວິທະຍາສາດການເຄື່ອນໄຫວຈາກ Jacksonville University ກ່າວວ່າ ຫຼາຍຄົນເວົ້າວ່າຢາກ “ຕິດ” ອອກກຳລັງກາຍ ແຕ່ການອອກກຳລັງກາຍກໍອາດກາຍເປັນຄວາມຜິດປົກກະຕິໄດ້ຖ້າຫາກວ່າຫຼາຍເກີນໄປ. ເຖິງວ່າທາງການແພດ ພາວະເສບຕິດການອອກກຳລັງກາຍຈະບໍ່ຖືກຈັດໃຫ້ເປັນຄວາມຜິດປົກກະຕິທາງຈິດ ແຕ່ສັນຍານ ແລະ ອາການຕ່າງໆ ບໍ່ໄດ້ຕ່າງຈາກພາວະເສບຕິດຢາສູບ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ ນັ້ນຄືຮູ້ສຶກວ່າຢາກອອກກຳລັງກາຍຫຼາຍ ຂະໜາດຫັກຫ້າມໃຈບໍ່ໄດ້ ແລະ ຈະຮູ້ສຶກຫງຸດຫງິດ, ເຄັ່ງຕຶງ ຫຼື ເຖິງຂັ້ນອາລົມເສຍຖ້າບໍ່ໄດ້ອອກກຳລັງກາຍ ແລະບໍ່ວ່າຈະອອກກຳລັງກາຍຫຼາຍພຽງໃດ ກໍຮູ້ສຶກວ່າບໍ່ພໍ ຖ້າໃຜເກີດຄວາມຮູ້ສຶກແບບນີ້ ຢ່າໄດ້ວາງໃຈ.
ແຕ່ເຖິງຢ່າງນັ້ນ ເປົ້າໝາຍຂອງການບຳບັດບໍ່ແມ່ນການໃຫ້ເຊົາອອກກຳລັງກາຍໄປເລີຍ ເພາະເຖິງແນວໃດການອອກກຳລັງກາຍກໍໃຫ້ຜົນດີຕໍ່ສຸຂະພາບ ແຕ່ເປັນການເຮັດໃຫ້ຜູ້ປ່ວຍຮູ້ຈັກຄວາມພໍດີ ສາມາດຄວບຄຸມຕົວເອງໄດ້. ເວລານີ້ Katherine ກໍຍັງຄົງອອກກຳລັງກາຍທຸກມື້ຄືເກົ່າ ແຕ່ເທື່ອລະປະມານ 45 ນາທີເທົ່ານັ້ນ ແລະ ຈະບໍ່ກົດດັນຕົວເອງຈົນເກີນໄປ ລວມທັງເຂົ້າຮ່ວມກິດຈະກຳຕ່າງໆ ເພື່ອຖ່າຍທອດປະສົບການຂອງຕົວເອງໃຫ້ຄົນອື່ນໆ ໄດ້ຮັບຮູ້ເຖິງໄພຈາກການອໍກຳລັງກາຍທີ່ຫຼາຍຄົນຄາດບໍ່ເຖິງ.
ຂໍຂອບໃຈ
ຂໍ້ມູນ : Workpoint News