ຮພກ ຍາດໄດ້ແລ້ວ 10 ຫຼຽນຄຳ ການແຂ່ງຂັນກີລາແລ່ນ-ລານ ທົ່ວປະເທດ ຄັ້ງທີ 2 ປີ 2019

ທັບນັກກີລາແລ່ນ-ລານໂຮງຮຽນພອນສະຫວັນກີລາ-ກາຍຍະກຳ (ຮພກ) ກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ສາມາດຍາດມາໄດ້ແລ້ວເຖິງ 10 ຫຼຽນຄຳ, 7 ຫຼຽນເງິນ ແລະ 4 ຫຼຽນທອງ ເປັນອັນດັບທີ 1 ຂອງຕາຕະລາງສະຫຼຸບຫຼຽນ ໃນການແຂ່ງຂັນກີລາແລ່ນ-ລານ ຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ທົ່ວປະເທດ ຄັ້ງທີ 2 ປະຈຳປີ 2019 ເພື່ອເປັນການຄັດເລືອກນັກກີລາ ຮຸ່ນສືບ ທອດພອນສະຫວັນດີເດັ່ນກ້າວສູ່ທີມຊາດ ກຽມລຸຍສອງງານໃຫຍ່ລະດັບຊາດ ແລະ ອາຊຽນ ໃນທ້າຍປີນີ້.
ໃນລະຫວ່າງວັນທີ 20-22 ກຸມພາ 2019 ທີ່ຮພກ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ມີການແຂ່ງຂັນກີລາແລ່ນ-ລານ ທົ່ວປະເທດ ຄັ້ງທີ 2 ປະຈຳປີ 2019, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ຄຳຫຼ້າ ເພັງສີດາລາ ຮອງຜູ້ອຳນວຍການໂຮງຮຽນພອນສະຫວັນກີລາ-ກາຍຍະກຳ ແລະ ທ່ານ ສິດທິໄຊ ສັກປະເສີດ ເລຂາທິການສະຫະພັນກີລາແລ່ນ-ລານແຫ່ງຊາດລາວ, ມີບັນດາຄະນະນຳ, ຄູຝຶກ ແລະ ນັກກີລາແຕ່ລະພາກສ່ວນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ສູນທອນ ຄຳສານ ຫົວໜ້າໜ່ວຍງານວິຊາການ ຮພກ ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ຈັດຂຶ້ນ ເພື່ອເປັນການປະຕິບັດຕາມແຜນການເຄື່ອນໄຫວປະຈຳປີຂອງ ຮພກ ສົກຮຽນ 2018-2019 ພາຍໃຕ້ການຊີ້ນຳຂອງກົມກີລາລະດັບສູງ ແລະ ແຜນການພັດທະນາກີລາແລ່ນ-ລານ ເພື່ອກຽມເຂົ້າຮ່ວມແຂ່ງຂັນໃນລາຍການຕ່າງໆ ໂດຍສະເພາະງານມະຫາກຳກີລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ເປັນເຈົ້າພາບ ແລະ ງານມະຫາກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນທ້າຍປີ 2019. ດັ່ງນັ້ນ, ຮພກ ຈຶ່ງໄດ້ສົມທົບກັບສະຫະພັນກີລາແລ່ນ-ລານແຫ່ງຊາດລາວ ຈັດການແຂ່ງຂັນກີລາກີລາແລ່ນ-ລານ ຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ທົ່ວປະເທດ ຄັ້ງທີ 2 ປະຈຳປີ 2019 ໃນລະຫວ່າງວັນທີ 20-22 ກຸມພາ 2019 ທີ່ສະໜາມສູນຝຶກກີລາແຫ່ງຊາດ (ບ້ານສີເກີດ) ຊຶ່ງມີຈຸດປະສົງຫຼັກ ເພື່ອເປັນການປຸກລະດົມຂະບວນການກີລາແລ່ນ-ລານາໃຫ້ມີຄວາມຟົດຟື້ນ, ນັກກີລາມີໂອກາດໃນການແຂ່ງຂັນຫຼາຍຂຶ້ນ ແລະ ເພື່ອເປັນການທົດສອບ ແລະ ເລືອກເຟັ້ນເອົານັກກີລາທີ່ມີຄວາມສາມາດເພື່ອພັດທະນາເປັນນັກກີລາຮຸ່ນສືບທອດທີມຊາດໃນອະນາຄົດ .
ການແຂ່ງຂັນໃນຄັ້ງນີ້ ມີທັງໝົດ 16 ພາກສ່ວນ ປະກອບມີ: ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງສະຫວັນນະເຂດ, ແຂວງບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນປະເທດ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລພະລະສຶກສາ, ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ໂຮງຮຽນມັດທະຍົມສຶກສາຕອນປາຍ ມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ, ໂຮງຮຽນ ນິຣະດາ, ໂຮງຮຽນ ມ.ປາຍ ທົ່ງປົ່ງ, ມສ. ວຽງຈັນ, ມສ. ໂພນທອງ, ມສ. ນາຂ່າ ແລະ ໂຮງຮຽນພອນສະຫວັນກີລາ-ກາຍຍະກຳ ເຈົ້າພາບ. ການແຂ່ງຂັນແບ່ງເປັນ 2 ຮຸ່ນ ຄື: ຮຸ່ນທົ່ວໄປ ແລະ ຮຸ່ນເຍົາວະຊົນ, ມີລາຍການແຂ່ງຂັນທັງໝົດ 50 ລາຍການ ມີນັກກີລາເຂົ້າຮ່ວມການແຂ່ງຂັນທັງໝົດປະມານ 200 ກວ່າຄົນ. ລາງວັນຊະນະເລີດ ແຕ່ລະລາຍການຈະໄດ້ຮັບຫຼຽນຄຳ, ຮອງຊະນະເລີດ ຈະໄດ້ຮັບຫຼຽນເງິນ ແລະ ອັນດັບທີ 3 ຈະໄດ້ຮັບຫຼຽນທອງ. ນອກຈາກນັ້ນ, ກໍຍັງມີລາງວັນຄະແນນລວມສູງສຸດອັນດັບທີ 1 ຈະໄດ້ຮັບເງິນສົດ 1 ລ້ານກີບ ພ້ອມຂັນລາງວັນ, ອັນດັບທີ 2 ໄດ້ຮັບເງິນສົດ 7 ແສນກີບ ພ້ອມຂັນລາງວັນ ແລະ ອັນດັບທີ 3 ໄດ້ຮັບເງິນສົດ 5 ແສນກີບ ພ້ອມຂັນລາງວັນ.
ຜ່ານການແຂ່ງຂັນໄລຍະ 2 ວັນ (20-21 ກຸມພາ) ຜົນປາກົດວ່າ ທັບນັກກີລາ ຮພກ ສາມາດຍາດມາໄດ້ແລ້ວເຖິງ 10 ຫຼຽນຄຳ, 7 ຫຼຽນເງິນ ແລະ 4 ຫຼຽນທອງ ເປັນອັນດັບທີ 1 ຂອງຕາຕະລາງສະຫຼຸບຫຼຽນ, ອັນດັບທີ 2 ນະຄອນຫຼວງວຽງຈັນ ຍາດໄດ້ 4 ຫຼຽນຄຳ ແລະ ອັນດັບທີ 3 ຮ່ວມ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລພະລະສຶກສາ ຍາດໄດ້ພາກສ່ວນລະ 1 ຫຼຽນຄຳ. ແນວໃດກໍຕາມ, ມື້ນີ້ (22 ກຸມພາ) ຈະສາມາດສະຫຼຸບສັງລວມໄດ້ວ່າພາກສ່ວນໃດ ຈະສາມາດຄອງເຈົ້າຫຼຽນຄຳ ແລະ ຈະຂໍລາຍງານໃຫ້ທ່ານຊາບຕື່ມອີກ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມສຶກສາ-ກີລາ