"ຫຼິງຫຼິງ ປິຍະດາ" ຄວງຄູ່ "ຕັອດ ລີນ້າ" ຖ່າຍແບບງານແຟຊັນ ລະດົມທຶນຊ່ວຍເຫຼືອຊົນເຜົ່າແລນແຕນ

ຖືວ່າເປັນເຈົ້າແມ່ຂອງວົງການແຟຊັນເລີຍກໍວ່າໄດ້ ສຳລັບທັງສອງສາວ "ຫຼິງຫຼິງ ປິຍະດາ" ແລະ "ຕັອດ ລີນ້າ" ເຊິ່ງຖ້າໃຜທີ່ຕິດຕາມວົງການແຟຊັນຂອງລາວກໍຈະປາກົດໃບໜ້າຂອງທັງສອງຄົນນີ້ເທິງຣັນເວຂອງງານແຟຊັນໂຊຕ່າງໆຢູ່ຕະຫຼອດ. ຫຼ້າສຸດທັງສອງຄົນນີ້ກໍມີສ່ວນຮ່ວມໃນການຈັດງານແຟຊັນໂຊ "ມອບຮັກແດ່ແລນແຕນ" ຫຼື Love for Lantan ເພື່ອລະດົມທຶນຊ່ວຍເຫຼືອຊາວເຜົ່າແລນແຕນ.
ມອບຮັກແດ່ແລນແຕນ ເປັນງານແຟຊັນໂຊທີ່ຈັດໂດຍ Her Works ເຊິ່ງບໍ່ແມ່ນງານແຟຊັນໂຊທຳມະດາທົ່ວໄປ ແຕ່ເປັນງານທີ່ມີຈຸດປະສົງທີ່ຈະປະກອບສ່ວນໃນການຊ່ວຍເຫຼືອ ເພື່ອພັດທະນາທັກສະ ແລະ ຊີວິດຂອງຊາວເຜົ່າແລນແຕນ.
ພາບ: https://www.instagram.com/her.works/
ໃນງານແຟຊັນໂຊນີ້ ຈະມີການລະດົມທຶນເພື່ອໃຊ້ເຂົ້າໃນການຈ້າງນັກອອກແບບເພື່ອຊ່ວຍເຫຼືອຊ່າງສີມືໃນການສ້າງສັນຜົນງານໃໝ່ໆຂອງພວກເຂົາໃນອະນາຄົດ. ກິດຈະກຳນີ້ມີເປົ້າໝາຍເພື່ອເສີມສ້າງຄວາມຮູ້ຂອງຊ່າງສີມືຈາກຊົນເຜົ່າດັ່ງກ່າວ ກ່ຽວກັບຕະຫຼາດໃນປັດຈຸບັນ ແລະ ເຮັດໃຫ້ພວກເຂົາສາມາດປະດິດຜະລິດຕະພັນຕ່າງໆໃຫ້ກົງກັບຄວາມຕ້ອງການຂອງຕະຫຼາດ ແຕ່ຄົງໄວ້ເຊິ່ງເອກະລັກຂອງງານສີມືຂອງພວກເຂົາ. ພ້ອມນີ້ ກິດຈະກຳດັ່ງກ່າວນີ້ ຈະສ້າງໃຫ້ຊຸມຊົນຂອງຊົນເຜົ່າມີໂອກາດທາງດ້ານທຸລະກິດ ເພື່ອໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຊຸກຍູ້ການສຶກສາຂອງເດັກນ້ອຍ.
ເຊິ່ງງງານນີ້ ກໍໄດ້ ສາວ ຫຼິງຫຼິງ ປິຍະດາ ນາງແບບຊື່ດັງ ຜ່ານງານເວທີມາເປັນຈຳນວນຫຼາຍ ປະສານພະລັງກັບໂຕແມ່ແຫ່ງວົງການແຟຊັນລາວຢ່າງ ຕັອດ ລີນ້າ ຜູ້ຢູ່ເບື້ອງຫຼັງເວທີແຟຊັນຕ່າງໆເຊັ່ນ ລາວຊູເປີໂມເດວ ແລະ ລາວແຟຊັນວີກ ເປັນຕົ້ນ ມາຮ່ວມເຜີຍແຜ່ຄວາມງົດງາມຂອງເຄື່ອງນຸ່ງຫົ່ມ ໃນງານແຟຊັນໂຊ ມອບຮັກແດ່ແລນແຕນ ໃນຄັ້ງນີ້.
ຂໍຂອບໃຈ
ພາບ : Her Works