ປກສ ເມືອງໄຊພູທອງ ຈັບ 2 ໜຸ່ມຄ້າຢາບ້າ ພ້ອມຂອງກາງ ຫຼາຍກວາ 200,000 ເມັດ

ເຈົ້າໜ້າທີ່ ປກສ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ກັກຕົວຜູ້ຖືກຫາຄ້າຢາເສບຕິດປະເພດຢາບ້າ ໄດ້ 02 ຄົນ, ຊື່ທ້າວ ກິ ສີຫາລາດ ອາຍຸ 43 ປີ ອາຊີບເຮັດນາ ແລະ ທ້າວ ບົວວອນ ແກ້ວພອນວິໄລ ອາຍຸ 37 ປີ ອາຊີບເຮັດນາຢູ່ບ້ານນາຄໍາ ເມືອງໄຊພູທອງ ພ້ອມຂອງກາງປະເພດຢາບ້າຈຳນວນ 103 ມັດ ກັບ 08 ຖົງ ເທົ່າກັບ 207,600 ເມັດ, ລົດຈັກ 01 ຄັນ, ໂທລະສັບ 2 ໜ່ວຍ.
ເຊິ່ງເຈົ້າໜ້າທີ່ ປກສ ເມືອງໄຊພູທອງ ໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 16 ໂມງ 20 ນາທີ ຂອງວັນທີ 12 ກຸມພາ 2019 ທາງໜ່ວຍງານ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ໃນເວລາ 21 ໂມງ ຂອງວັນທີ 12 ກຸມພາ2019 ຈະມີການເຄື່ອນຍ້າຍຢາເສບຕິດປະເພດຢາບ້າຢູ່ກູ່ມບ້ານທີ 6 ຂອງເມືອງ ລະຫວ່າງ ບ້ານນາຄໍາ ຫາ ບ້ານຕາກແດດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ເມື່ອເຈົ້າໜ້າທີໜ່ວຍງານຕ້ານຢາເສບຕິດ ປກສ ເມືອງຮັບຊາບຄືແນວນັ້ນ ກໍ່ໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສັນນະສູດແຫຼ່ງຂ່າວເຫັນວ່າມີມູນຄວາມຈິງແທ້ ແລ້ວວາງແຜນມ້າງກູ່ມແກ້ງຂະບວນການດັ່ງກ່າວ.
ຜ່ານການສອບສວນສືບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນຜູ້ກ່ຽວໄດ້ຮັບສາລະພາບວ່າຢາບ້າຈໍານວນດັ່ງກ່າວເປັນຂອງພວກກ່ຽວແທ້ຈິງ ເຊິ່ງພວກກ່ຽວໄດ້ເອົາມາເພື່ອລໍຖ້າສົ່ງໃຫ້ຜູ້ຮ່ວມຂະບວນການ. ຕໍ່ກັບຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນດໍາເນີນຄະດີສຶບສວນສອບສວນຫາຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມສະຫວັນພັດທະນາ