ການເງິນສະຫວັນນະເຂດຊີ້ ເງິນເດືອນບໍ່ອອກ ຍ້ອນບາງເມືອງ-ຂະແໜງການດຳເນີນການເອກະສານເງິນເດືອນຊ້າ

ເລີ່ມຕົ້ນເດືອນມັງກອນ ປິ 2019 ເຫັນວ່າການເບີກຈ່າຍ ເງິນເດືອນຂອງລັດຖະກອນ ໃນທົ່ວແຂວງສະຫວັນນະເຂດແມ່ນຫຼ້າຊ້າ ໂດຍຕົກມາຮອດກາງເດືອນ ກຸມພາ 2019 ເກືອບທຸກຂະແໜງການ-ພະແນກການ ອ້ອມຂ້າງແຂວງ ແລະ ບັນດາເມືອງຍັງບໍ່ໄດ້ຮັບເງິນເດືອນຂອງເດືອນມັງກອນເທື່ອ ເຮັດໃຫ້ການດຳລົງຊີບຂອງພະນັກງງານລັດຖະກອນມີຄວາມຝືດເຄືອງ ເພາະປັດຈຸບັນກໍລ່ວງເລີຍເຂົ້າກາງເດືອນກຸມພາແລ້ວ.
ຕໍ່ບັນຫານີ້ ໜັງສືພິມລາວພັດທະນາລາຍງານໄດ້ສອບຖາມສາເຫດຂອງການເບີກເງິນເດືອນຊ້າໃນເດືອນມັງກອນ 2019 ນີ້ ໂດຍໄດ້ຮັບຂໍ້ມູນ ຈາກພະແນກການເງິນປະຈຳແຂວງສະຫວັນນະເຂດ ເຊິ່ງໃຫ້ຮູ້ວ່າ: ເລີ່ມຕົ້ນປີ 2019 ແມ່ນເປັນປີທຳອິດທີ່ລັດຖະບານຈະໄດ້ປັບປຸງໃໝ່ລະບົບການເບີກຈ່າຍເງິນເດືອນ ໃຫ້ລັດຖະກອນໃນທົ່ວປະເທດ ໂດຍຈະໄດ້ລວມເອົາການເບີກ ຈ່າຍເງິນເດືອນຂອງພະນັກງານຢູ່ບັນດາເມືອງຕ່າງໆໃນ ທົ່ວປະເທດມາຂຶ້ນກັບການ ເບີກຈ່າຍຂັ້ນແຂວງໝາຍຄວາມວ່າພະນັກງານທັງ ແຂວງ ແລະເມືອງແມ່ນໄດ້ຮັບເງິນເດືອນພ້ອມກັນ.
ຕໍ່ບັນຫານີ້, ຂັ້ນຕອນການດຳເນີນການດ້ານເອກະສານກໍ່ມີຄວາມຊັກຊ້າໃນບາງເມືອງ, ນອກນັ້ນມີບາງພະແນກການກໍ່ ຍັງບໍ່ສຳເລັດໃນການເຮັດບົດສະຫຼຸບດ້ານການເງິນປະຈຳປີ ຫຼື ຍັງບໍ່ສຳເລັດການສັງລວມ ເອກະສານທີ່ກ່ຽວຂ້ອງກັບການເບີກຈ່າຍເງິນເດືອນເທື່ອ.
ແຕ່ວ່າເຖິງຢ່າງໃດກໍ່ດີ ພະແນກການເງິນໄດ້ໃຫ້ຂໍ້ມູນວ່າ ຄາດວ່າບໍ່ກາຍທ້າຍເດືອນກຸມພາ 2019 ການເບີກຈ່າຍເງິນເດືອນອາດຈະສຳເລັດຜົນຄວບກັນສອງເດືອນເລີຍຄືເດືອນມັງກອນ ແລະ ເດືອນກຸມພາ ປີ 2019 ແລະ ຂໍຮຽກຮ້ອງມາຍັງເມືອງທີ່ຍັງບໍ່ສົ່ງໃບສະຫຼຸບສັງລວມການເງິນຂອງເມືອງຕົນກໍ່ຂໍໃຫ້ ຮີບຮ້ອນສົ່ງລວມເຖິງພະແນກ ການຕ່າງໆກໍ່ເຊັ່ນດຽວກັນ. ຖ້າວ່າດ້ານເອກະສານໄດ້ສຳເລັດແລ້ວ ຂັ້ນຕອນການເບີກຈ່າຍເງິນເດືອນກໍ່ຈະເຂົ້າສູ່ລະບົບທີ່ແນ່ນອນ ແລະການເບີກຈ່າຍ ກໍ່ຈະງ່າຍຂຶ້ນ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມສະຫວັນພັດທະນາ